ແມ່ຍິງຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ປະເມີນຂໍ້ແຂ່ງຂັນແມ່ຍິງ 3 ດີ

ໃນຕອນເຊົ້າຂອງວັນທີ 5 ຕຸລາ 2022 ສະຫະພັນແມ່ຍິງຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນແມ່ຍິງ 3 ດີຂຶ້ນ ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ພູວັນ ໄຊຍະສານ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ແລະ ທ່ານນາງ ດອກບານ ຈັກວົງສາ ປະທານສະຫະພັນແມ່ຍິງຮາກຖານພະແນກ ຖວທ ແຂວງ, ມີສະມາຊິກແມ່ຍິງພາຍໃນຮາກຖານ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານເອກະສານແນະນຳຂອງສູນກາງສະພັນແມ່ຍິງລາວ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນແມ່ຍິງ 3 ດີ ( 2021 – 2025 ) ເຊິ່ງໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສຳຄັນ ເປັນຕົ້ນແມ່ນ ຂໍ້ແຂ່ງຂັນ 3 ດີ: ຕ້ອງເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ.

ໃນນີ້ ມາດຖານຄັດເລືອກສະຫະພັນແມ່ຍິງ 3 ດີ ຂັ້ນຮາກຖານ, ໜ່ວຍ, ກົມກອງ ຕ້ອງມີສະມາຊິກແມ່ຍິງ ຄັດເລືອກໄດ້ 3 ດີ ກວມ 80% ຂອງຈຳນວນສະມາຊິກສະຫະພັນແມ່ຍິງທັງໝົດ, ສຳລັບບຸກຄົນ ປະເພດ 1 ຕ້ອງເປັນສະມາຊິກແມ່ຍິງລາວທີ່ເປັນແບບຢ່າງ, ສາມາດປະຕິບັດຕາມມາດຖານເນື້ອໃນຂໍ້ແຂ່ງຂັນ 3 ດີ ບັນລຸຢ່າງໜ້ອຍ 80 ຄະແນນ ແລະ ປະເພດ 2 ຕ້ອງບັນລຸ 60 ຄະແນນ.

ກອງປະຊຸມ ນອກຈາກເປັນການປະເມີນວຽກງານ 3 ດີ ແລ້ວ ຍັງເປັນການເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ, ວິທີຈັດຕັ້ງປະຕິບັດ ເພື່ອໃຫ້ສະມາຊິກແມ່ຍິງພາຍໃນຮາກຖານ ຮັບຮູ້ເຂົ້າໃຈ ແລະ ກຳແໜ້ນຢ່າງເລິກເຊິ່ງ ເປັນບ່ອນອີງໃນການຜັນຂະຫຍາຍ ໃນຂະບວນການແຂ່ງຂັນ 3 ດີ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຂອງສະຫະພັນແມ່ຍິງຂັ້ນຂອງຕົນ ໃຫ້ມີຄວາມເປັນເອກະພາບ ມີຄວາມສະດວກໃນການຕິດຕາມ, ກວດກາ ແລະ ປະເມີນຜົນການປະຕິບັດ.

About admins16