ກອງປະຊຸມ ຄົບຄະນະບໍລິຫານງານ ສະຫະພັນກຳມະບານເມືອງ ບໍລິຄັນ ຄັ້ງທີ II ສະໄໝທີ 7


ກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນກໍາມະບານ ເມືອງບໍລິຄັນ ຄັ້ງທີ II ສະໄໝທີ VIl ໄດ້ໄຂຂື້ນ ໃນວັນທີ 20 ຕຸລາ 2020 ຢູ່ສະໂມສອນຂອງເມືອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນມີ ວໍລະຈັກ ຄະນະປະຈໍາພັກເມືອງ ປະທານແນວລາວສາ້ງຊາດເມືອງ, ທ່ານ ຈັນທະຄານ ໄຊຍະວົງ ປະທານສະຫະພັນກໍາມະບານເມືອງ, ມີບັນດາຄະນະບໍລິຫານງານສະຫະພັນກໍາມະບານເມືອງ ພ້ອມດ້ວຍແຂກຖືກເຊີນຈາກຂົງເຂດຕ່າງໆອ້ອມຂ້າງເມືອງ ເຂົ້າຮ່ວມ.

ສະຫະພັນກໍາມະບານ ເມືອງບໍລິຄັນ ປະກອບມີ 32 ຮາກຖານ, ໃນນັ້ນ ມີ 5 ໜ່ວຍ, ມີ 1 ຮາກຖານ, ມີຈໍານວນສະມາຊິກກໍາມະບານທັງໝົດ 1.007 ສະຫາຍ, ຍິງ 479 ສະຫາຍ, ກໍາມະບານອາຊີບ 5 ສະຫາຍ, ຍິງ 2 ສະຫາຍ, ຜ່ານໄລຍະ 1 ປີ ສະຫະພັນກໍາມະບານເມືອງ ໄດ້ພ້ອມກັນສືບຕໍ່ປັບປຸງຂະຫຍາຍວຽກງານກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຈົນບັນລຸຕາມແຜນການທີ່ວາງໃວ້.

ຜ່ານການເຄື່ອນໄຫວວຽກງານດັ່ງກ່າວ ໄດ້ເຮັດໃຫ້ພະນັກງານສະມາຊິກກໍາມະບານ, ກໍາມະກອນຊາວຜູ້ອອກແຮງງານບັນດາເຜົ່າ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ຂອງອົງການຈັດຕັ້ງມະຫາຊົນ, ແຜນພັດທະນາເສດຖະກິດສັງຄົມແຫ່ງລັດ ແລະ ເຂົ້າໃຈຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການກໍາມະບານ ທັງເປັນການປະກອບສ່ວນປຸກລະດົມຊຸກຍູ້ຢ່າງຫ້າວຫັນ ປະຕິບັດສໍາເລັດວຽກງານຕາມແຜນການຄາດໝາຍສູ້ຊົນຂອງພັກລັດຢ່າງມີປະສິດທິຜົນ ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ຈາກນັ້ນ ບັນດາຮາກຖານອ້ອມຂ້າງເມືອງ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ເພື່ອຕີລາຄາຄືນດ້ານດີ ທີ່ຕ້ອງໄດ້ສືບຕໍ່ພັດທະນາ, ດ້ານອ່ອນ ຂໍ້ຄົງຄ້າງ ເພື່ອຫາທາງແກ້ໄຂ ພ້ອມວາງທີດທາງແຜນການໃນຕໍ່ໜ້າ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ມອບໃບຢັ້ງຢືນກໍາມະບານ 5 ເປັນເຈົ້າ ໃຫ້ແກ່ບັນດາຮາກຖານພາຍໃນເມືອງ ທີ່ມີຜົນງານດີເດັ່ນໃນການເຄື່ອນໃຫວວຽກງານໃນໄລຍະຜ່ານມາ ຈໍານວນ 34 ຮາກຖານ ໃຫ້ກຽດມອບໂດຍທ່ານ ບຸນມີ ວໍລະຈັກ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ.

About admin11