ບໍລິຄຳໄຊ ສຳເລັດການຍົກລະດັບທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານ-ສະມາຊິກພັກ

ພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ລະບົບບຳລຸງ 45 ວັນ ຮຸ່ນທີ 43 (XLIII) ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2020 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກ-ອົງການກວດກາລັດແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ນັກສຶກສາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ຊຸດຝຶກອົບຮົມ ທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ ຊຸດທີ 43 ນີ້ ໄດ້ດຳເນີນການຮຽນ-ການສອນ ແຕ່ວັນທີ 26 ສິງຫາ 2020 ທີ່ຜ່ານມາ, ມີນັກຝຶກອົບຮົມທັງໝົດ 50 ສະຫາຍ, ຍິງ 20 ສະຫາຍ, ໃນນີ້ ມີບຸກຄະລາກອນມາຈາກຂົງເຂດການເມືອງ, ຂົງເຂດເສດຖະກິດ, ລັດວິສາຫະກິດ, ອົງການຈັດຕັ້ງມະຫາຊົນ, ທະນາຄານ, ຂົງເຂດຕຸລາການ ແລະ ຂົງເຂດວັດທະນະທຳ-ສັງຄົມ.

ຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ດຳເນີນການຮຽນ-ການສອນໃນ 5 ກຸ່ມວິຊາ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ມີ 8 ບົດ, ເສດຖະສາດການເມືອງ 10 ບົດ ແລະ ອີກ 1 ບົດ ແມ່ນ ສິ່ງແວດລ້ອມ ເພື່ອການພັດທະນາ, ລັດທິສັງຄົມນິຍົມວິທະຍາສາດ 8 ບົດ, ບໍລິຫານສາດ 9 ບົດ ແລະ ກຸ່ມວິຊາກໍ່ສ້າງພັກ 5 ບົດ, ລວມມີ 41 ບົດ ແລະ ມີຊົ່ວໂມງບັນຍາຍ 151 ຊົ່ວໂມງ, ສຳມະນາໜ່ວຍ, ສຳມະນາຫ້ອງ 15 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ ແລະ ສອບເສັງປາກເປົ່າ 35 ຊົ່ວໂມງ, ຂຽນບົດເກັບກ່ຽວແຕ່ລະກຸ່ມວິຊາ 35 ຊົ່ວໂມງ, ລົງພຶດຕິກຳຕົວຈິງ 7 ຊົ່ວໂມງ ແລະ ອອກແຮງງານ 6 ຊົ່ວໂມງ ໄດ້ໃຊ້ເວລາທັງໝົດ 243 ຊົ່ວໂມງຈຶ່ງສຳເລັດ.

ເພື່ອເປັນການຢັ້ງຢືນເຖິງຜົນສຳເລັດທີ່ຍາດມາໄດ້ ຈຶ່ງໄດ້ຈັດພິທີມອບໃບຢັ້ງຢືນໃຫ້ນັກສຶກສາທິດສະດີ ລະບົບບຳລຸງ 45 ທີ່ໄດ້ສຳເລັດການສຶກສາໃນຄັ້ງນີ້ ແລະ ມອບໃບຍ້ອງຍໍ ໃຫ້ນັກສຶກສາດີເດັ່ນຮອບດ້ານ 17 ສະຫາຍ, ໃຫ້ກຽດມອບໂດຍ ສະຫາຍ ບຸນຄຳ ໄຊເຍ່ຍລໍວື່.

About admins14