ກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນພັກກອງບັນຊາການທະຫານແຂວງ

 

ກອງ​ປະຊຸມ​ໃຫ່ຍຄັ້ງທີ V ຂອງ​ອົງຄະ​ນະ​ພັກກ​ອງບັນຊາ​ການ​ທະຫານ​ແຂວງ​ບໍລິ​ຄໍາ​ໄຊ​ ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ່ 22-23 ມັງ​ກອນ 2020 ​ທີ່​ຫ້ອງ​ປະຊຸມ​ກອງ​ບັນຊາ​ການ​ທະ​ຫານ​ແຂວງ​ ​ໂດຍ​​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ຈວງ​ຈັນ ລາດ​ຊະ​ວົງ ຄະນະ​ປະ​ຈໍາ​ພັກ​ແຂວງ ​ເລຂາ​ຄະນະ​ພັກ​ ຫົວໜ້າການ​ເມືອງ​ກອງ​ບັນຊາ​ການທະຫານ​ແຂວງ​ບໍລິ​ຄໍາ​ໄຊ​ ໃຫ້ກຽດ​ເຂົ້າຮ່ວມ​ ​ສະຫາຍ ກອງ​ແກ້ວ ​ໄຊ​ສົງຄາມ ກໍາມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ ​ເຈົ້າ​ແຂວງ​ບໍລິ​ຄໍາ​ໄຊ ມີ​ຕາງໜ້າກົມ​ຈັດຕັ້ງພັກກະຊວງ​ປ້ອງ​ກັນ​ປະ​ເທດ ມີບັນດາຄະນະ​ພັກ​ຮາກ​ຖານ, ​ໜ່ວຍພັກ​ຮາກ​ຖານ​ແຕ່​ລະ​ກົມ​ກອງ​ ທີ່​ຂຶ້ນກັບກອງ​ບັນຍາ​ການ​ທະຫານ​ແຂວງ ​ແລະ ​ແຂກ​ຖືກ​ເຊີນ ຈາກ​ພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ ​ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ​ ອ້ອມຂ້າງ​ເຂົ້າຮ່ວມ 131 ສະຫາຍ ​ໃນ​ນັ້ນຜູ້​ແທນ​ສົມບູນ 111 ສະຫາຍຍິງ 2 ສະຫາຍ.

ກອງ​ປະຊຸມ​ຄັ້ງນີ້ໄດ້​ຮັບ​ຟັງ​ການຜ່ານ​ບົດ​ລາຍ​ງານ​ການ​ເມືອງ​ທັງ​ສອງ​ພາກຈາກ​ ສະຫາຍ ພົນ​ຈັດຕະວາ ຈວງ​ຈັນ ລາດ​ສະ​ວົງ ​ເຊິ່ງສະຫາຍ​ໄດ້​ຕີ​ລາຄາຄືນໝາກຜົນ ​ແຫ່ງ​ການ​ຊີ້ນໍາ-​ນໍາພາຈັດຕັ້ງປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IV ຂອງ​ອົງຄະ​ນະ​ພັກກອງ​ບັນຊາ​ການ​ທະຫານ​ແຂວງ​ບໍລິ​ຄໍາ​ໄຊ​ ໃນ​ໄລຍະ​ຜ່ານ​ມາຍົກ​ໃຫ້​ເຫັນ​ດ້ານ​ດີດ້ານ​ອ່ອນຂໍ້ຄົງຄ້າງທີ​ຈະ​ຕ້ອງ​ໄດ້​ແກ່​ໄຂ​ໃນຕໍ່ໜ້າ​​ໂດຍ​ສະ​ເພາະ​ຜ່ານ​ມາໄດ້​​ຫັນ​ເອົາ​ພະນັກງານລົງ​ກໍ່ສ້າງ​ຮາກ​ຖານ​ຢູ່​ບ້ານ ​ແລະ ກຸ່ມ​ບ້ານ ​ຕາມ​ການ​ມອບໝາຍປະຕິບັດ​ຕາມ​ມູນ​ເຊື້ອຂອງ​ກອງ​ທັບ ກົມ​ກອງຕັ້ງທັບ​ຢູ່​ບ່ອນ​ໃດກໍ່​ແບ່ງປັນ​ມອບໝາຍ​ໃຫ້​ພະນັກງານລົງ​ກໍ່ສ້າງຮາກ​ຖານ​ການ​ເມືອງຕິດ​ແໜ້ນກັບ​ປະຊາຊົນ ​ໄດ້​ຕັ້ງກອງກໍ່ສ້າງ​ຮາກ​ຖານ 215 ປະ​ຈໍາ​ຢູ່ 3 ຈຸດ ​

ເພື່ອ​ປຸກລະດົມ​ຂົນຂວາຍອົງການ​ປົກຄອງ​ບ້ານພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ ​ເຂົ້າຮ່ວມ​ເຮັດ​ວຽກປ້ອງ​ກັນຊາດ – ​ປ້ອງ​ກັນ​ຄວາມ​ສະຫງົບຢ່າງ​ກວ້າງຂວາງຕິດພັນ​ກັບ​ການ​ປຸກລະດົມຊຸກຍູ້ປະຕິບັດ​ວຽກງານ​ສາມ​ສ້າງນໍາພາ​ອົບ​ຮົມ-ຫັດ​ແອບ​ສ້າງ​ຄອບຄົວ-ບ້ານ​ປ້ອງ​ກັນຊາ​ດ​ເຂັ້ມ​ແຂງ​ໄດ້ 3 ​ ບ້ານ​ທົ່ວ​ແຂວງ, ຕິດຕາມ​ກໍາ​ແໜ້ນປະຊາຊົນ​ຍ້າຍ​ຖິ່ນ​ຖານ​ບໍ່ຖືກຕ້ອງພາກສ່ວນ​ທີ່ເຂົ້າ​ເມືອງ​ພິດ​ກົດໝາຍພ້ອມ​ທັງສຶກສາ​ອົບຮົມ​ໃຫ້​ເຂົ້າ​ເຈົ້າປະຕິບັດ​ຕາມ​ລະບຽບກົດໝາຍຂອງສປປລາວວາງ​ອອກຢ່າງ​ເຂັ້ມງວດ ​ເຮັດ​ໃຫ້​ແຕ່ລະ​ເຂດ​ແຕ່​ລະ​ບ້ານ​ມີ​ຄວາມ​ສະຫງົບ​ປອດ​ໄພຈັດຕັ້ງກໍາລັງ​ອອກ​ເຄື່ອນ​ໄຫວ​ນ້ອຍ-​ໃຫຍ່ ​ໄດ້ 6 ຮ້ອຍ​ກວ່າ​ຄັ້ງ ​ເພື່ອ​ຄອບ​ຄຸມຕິດຕາມກໍາ​ແໜ້ນ​ເປົ້າໝາຍຢູ່​ບໍລິ​ເວນ​ພື້ນທີ່ບໍ່​ໃຫ້​ມີ​ການ​ເຄື່ອນໄຫວກໍ່ຄວາມ​ບໍ່ສະຫງົບ​ພ້ອມ​ທັງທໍາລາຍ​ສວນ​ຊາ-​ສວນ​ຝີ່ນ ​ໄດ້ 2 ຮ້ອຍ​ກວ່າ​ສວນມີ​ເນື້ອທີ່ 1 ຮ້ອຍ​ກວ່າ​ເຮັກ​ຕາຢຶດ ​ແລະທໍາລາຍ​ກັນຊາ​ໄດ້ 7 ພັນ​ກ່ວາ​ກິ​ໂລ ​ເກັບ​ກູ້​ອາວຸດ​ເສິກ​ໄດ້ 1 ຮ້ອຍ​ກວ່າ​ກະບອກອາວຸດ​ຫຼ່າ​ເນື້ອ​ໄດ້ 1 ພັນ​ກວ່າ​ກະບອກ ກອງປະຊຸມໄດ້ຮັບຟັງການຄົ້ນຄ້ວາ ແລະ ປະກອບຄໍາເຫັນ ຈາກຜູ້ແທນກອງປະຊຸມພ້ອມ​ທັງຜ່ານ​ບົດ​ສໍາ​ຫຼວດການ​ນໍາພາ​ລວມຈາກ​ຄະນະ​ພັກຊຸດ​ເກົ່າເຊີ່ງມີຄວາມເປັນເອກະພາບສູງ ຕໍ່ກັບໝາກຜົນ ແລະ ບັນດາຂໍ້ຄົງຄ້າງ ໃນການນໍາພາ-ຊີ້ນໍາ ຂອງອົງຄະນະພັກໃນຊຸມປີຜ່ານມາ ໄດ້ປະກອບສ່ວນທາງດ້ານແຮງງານ ແລະ ສະຕິປັນຍາ ປະຕິບັດໃນສອງໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຍືນຍົງ ແລະ ໝັ້ນຄົງຕະຫຼອດມາ ກອງປະຊຸມໄດ້ເປັນເອກະສັນກັນ, ຮັບຮອງເອົາທິດທາງແຜນການ 5 ປີ ແຕ່ 2020-2025 ໂດຍສຸມໃສ່ການລົງກໍ່ຮາກຖານ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ ຮັບປະກັນໃຫ້ຂອບເຂດກົມກອງຕັ້ງທັບ ມີຄວາມປອດໄພ 100% ເພື່ອສ້າງເງືອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໄດ້ມີການຂະຫຍາຍຕົວຕໍ່ເນື່ອງ ກອງປະຊຸມໄດ້ພ້ອມກັນປ່ອນບັດ ຄັດເລືອກເອົາຄະນະພັກ ກອງບັນຊາການຊຸດໃໝ່ແລະ ຜູ້ແທນສົມບູນໄປຮ່ວມ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ກອງປະຊຸມໄດ້ເອກະສັນເລືອກເອົາສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ເປັນເລຂາຄະນະພັກ, ສະຫາຍພັນເອກ ຄຳແດງ ແພງພົງພັນ ເປັນຮອງເລຂາຄະນະພັກ, ສະຫາຍພັນເອກ ຄຳສາຍ ພັນດານຸວົງ ເປັນປະທານກວດກາ, ສະຫາຍ ຈັນນີ ສີສຸກ ແລະ ສະຫາຍ ພັນໂທ ວຽງແກ້ວ ສີຫາລາດ ເປັນຮອງປະທານ ບົນພື້ນຖານຖືກຕ້ອງກັບມາດຖານ ເງື່ອນໄຂທີ່ກຳນົດໄວ້.

About admin11