ສະຫຼຸບການເຄື່ອນໄຫວ ປະຈຳ 3 ເດືອນຂອງກອງທຶນໜຶ່ງດວງໃຈ

ກອງປະຊຸມສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດ ວຽກງານກອງທຶນໜຶ່ງດວງໃຈ ບໍລິຄໍາໄຊຊ່ວຍເຫຼືອສັງຄົມປະຈໍາ 3 ເດືອນ ( 4, 5, 6 ) ແລະ ທິດທາງແຜນການ ເດືອນ 7, 8, 9 ໄດ້ຈັດຂຶ້ນໃນວັນທີ 15 ມິຖຸນາ 2020 ຢູ່ຫ້ອງປະຊຸມຂອງແຂວງ ບໍລິຄໍາໄຊ ພາຍໃຕ້ການເປັນປະທານຂອງທ່ານ ນາງ ແອງ ໄຊສົງຄວາມ ປະທານກອງທຶນໜຶ່ງດວງໃຈ ບໍລິຄໍາໄຊຊ່ວຍເຫຼືອສັງຄົມ, ມິບັນດາຄະນະ, ສະມາຊິກກອງທຶນ ແລະ ແຂກຖືກເຊີນຈາກພະແນກການກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ສົມໄທ ບຸຈະເລີນ ຕາງໜ້າໃຫ້ຄະນະກອງທຶນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວ ຈັດຕັ້ງປະຕິບັດ ວຽກງານຂອງກອງທຶນ ໃນໄລຍະ 3 ເດືອນຜ່ານມາ ວ່າ: ຄະນະກອງທຶນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ບັນດາສະມາຊິກພາຍໃນກອງທຶນຂອງຕົນ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ມີຄຸນທາດການເມືອງໜັກແໜ້ນ ມີຄວາມເປັນເອກະພາບສູງ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ພາຍໃນສະມາຊິກ ແລະ ສັງຄົມ ກ່ຽວກັບຈຸດປະສົງເປົ້າໝາຍຂອງກອງທຶນ ເພື່ອພ້ອມກັນປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ ແລະ ວັດຖຸສ່ວນຕົວຈໍານວນໜຶ່ງ ເຂົ້າຮ່ວມເຄື່ອນໄຫວຊ່ວຍເຫຼືອສັງຄົມ ດ້ວຍຄວາມສະໝັກໃຈ ແລະ ບໍ່ຫວັງຜົນຕອບແທນ.

ໄລຍະ 3 ເດືອນຜ່ານມາກອງທຶນໜຶ່ງດວງໃຈ ໄດ້ສົມທົບກັບອໍານາດການປົກຄອງແຂວງ ລົງມອບປຶ້ມຂຽນ ຈໍານວນ 350 ຫົວ ໃຫ້ນັກຮຽນ ແລະ ມອບເຄື່ອງຊ່ວຍເຫຼືອຄອບຄົວທຸກຍາກ ຈໍານວນ 58 ຖົງ ຢູ່ບ້ານນໍ້າກູ້ ເມືອງວຽງທອງ ແຂວງ ບໍລິຄໍາໄຊ, ໄດ້ສົມທົບທຶນປະກອບສ່ວນຕ້ານພະຍາດ ໂຄວິດ 19 ໃຫ້ຂັ້ນສູນກາງ ມູນຄ່າ 100 ລ້ານກີບ, ໄດ້ບໍລິຈາກຜ້າປິດປາກ ແລະ ເຈວລ້າງມື ມູນຄ່າ 26.500.000 ກວ່າກີບ, ພ້ອມທັງປະກອບສ່ວນ ນໍາເອົາອາຫານໄປແຈກຢາຍ ໃຫ້ສູນກັກກັນ ຕ້ານໂຄວິດ 19 ຂັ້ນແຂວງ ປະຈໍາຢູ່ຫຼັກ 6 ມູນຄ່າ 4.500.000 ກີບ.

ເພື່ອເຮັດໃຫ້ວຽກງານຂອງກອງທຶນ ສຶບຕໍ່ເຄື່ອນໄຫວ ໄປຕາມຈຸດປະສົງເປົ້າໝາຍ ເປັນໄປຕາມທິດທາງແຜນການທີ່ວາງໄວ້ໃນຕໍ່ໜ້າ ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນລາຍງານ ພ້ອມທັງປະກອບຄໍາຄິດເຫັນ ກ່ຽວກັບບັນດາໜ້າວຽກງານຂອງກອງທຶນ ທີ່ຕິດພັນກັບພະແນກການຂອງຕົນ.

About admin11