ກອງປະຊຸມໃຫຍ່ສະມາຊິກແມ່ຍິງໜ່ວຍໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຄັ້ງທີ IV

ກອງປະຊຸມໃຫຍ່ ສະມາຊິກແມ່ຍິງໜ່ວຍໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍລິຄຳໄຊ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2021 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ, ເປັນປະທານໂດຍ ສະຫາຍ ນາງ ຄອນສະຫວັນ ສີສຸວັນ ປະທານໜ່ວຍແມ່ຍິງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ຄຳປິວ ສີສົມບັດ ກຳມະການພັກແຂວງ ປະທານສະຫະພັນແມ່ນຍິງແຂວງ ແລະ ສະຫາຍ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ເລຂາໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຄະນະໜ່ວຍ, ສະມາຊິກແມ່ຍິງພາຍໃນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານແມ່ຍິງໃນໄລຍະຜ່ານມາ ເຫັນວ່າຄະນະໜ່ວຍແມ່ຍິງ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແລະ ເຮັດຢ່າງເປັນປົກກະຕິ ໂດຍຕິດພັນກັບວຽກງານຕົວຈິງ ເຊິ່ງໄດ້ເຮັດໃຫ້ສະມາຊິກແມ່ຍິງ ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ທິດທາງແຜນການຂອງສະຫະພັນແມຍິງລາວ ກໍ່ຄືສະແມ່ຍິງແຂວງບໍລິຄຳໄຊ ໄດ້ເປັນຢ່າງດີ.

ສາມາດເຮັດຫຼ້ອນໜ້າທີ່ ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ຄະນະພັກ, ວຽກງານຂະບວນການ ໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ ເປັນຕົ້ນ: ຂະບວນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ແລະ ຂະບວນການອື່ນໆ, ໄດ້ຮັບໃບຍ້ອງຍໍຂັ້ນສູນກາງ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ໄດ້ຮັບໃບຢັ້ງຢືນຈາກສະຫະພັນແມ່ຍິງແຂວງ ເປັນໜ່ວຍແມ່ຍິງ 3 ດີ 4 ປີຊ້ອນ ແລະ ສະມາຊິກແມ່ຍິງໜ່ວຍໂຮງຮຽນການເມືອງ ແລະ ການປົກຄອງແຂວງໄດ້ຮັບການຢັ້ງຢືນເປັນສະມາຊິແມ່ຍິງ 3 ດີ ຢ່າງຕໍ່ເນື່ອງ ໃນປີ 2020 ມີທັງໝົດ 23 ສະຫາຍ.

ຫຼັງຈາກນັ້ນ ກໍ່ໄດ້ປ່ອນບັດເອົາຄະນະຊຸດໃໝ່ ໂດຍມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະສັນເລືອກເອົາ ສະຫາຍ ນາງ ຄອນສະຫວັນ ສີສຸວັນ ປະທານໜ່ວຍແມ່ຍິງ, ສະຫາຍ ນາງ ສີສະໄຫວ ໄຊສົງຄາມ ເປັນຮອງປະທານ ແລະ ສະຫາຍ ນາງ ຟອງສະມຸດ ວັດທະໄຊ ເປັນຮອງປະທານ ທັງເປັນຜູ້ກວດກາ.

About admins14