ບໍລິຄຳໄຊ ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ ສະໄໝທີ 8 ຮອບທີ 2

ກອງປະຊຸມທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ 8 ຮອບທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນກຽດເປັນປະທານໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີປະທານ, ຮອງປະທານ ສະຫະພັນແມ່ຍິງແຂວງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະມາຊິກແມ່ຍິງຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ເພື່ອເຮັດໃຫ້ການທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຊຸດທີ 8 ຮັບປະກັນຄຸນນະພາບ, ຖືກຕ້ອງຕາມມາດຖານເງື່ອນໄຂ ແລະ ຮັບປະກັນທາງດ້ານໂຄງປະກອບ ໃຫ້ມີພະນັກງານນຳພາ 3 ຮຸ່ນ.

ການທາບທາມໃນຄັ້ງນີ້ ຈະເປັນພື້ນຖານບ່ອນອີງໃຫ້ແກ່ຄະນະບໍລິຫານງານ ສສຍລ, ໄດ້ສືບຕໍ່ຄົ້ນຄວ້າບຸກຄະລາກອນ ເຂົ້າໃນໂຄງປະກອບການເລືອກຕັ້ງ ເຊິ່ງເປັນການຄັດເລືອກເອົາການນໍາ ເພື່ອຈະນຳພາ ສສຍລ ໃຫ້ມີລັກສະນະຫັນປ່ຽນຢ່າງຕັ້ງໜ້າ, ບັນລຸຕາມທິດທາງຄາດໝາຍທີ່ກໍານົດໄວ້ ໂດຍໃຫ້ຍຶດໝັ້ນໃນມາດຖານເງື່ອນໄຂເປັນສິ່ງສໍາຄັນ ແລະ ຄົ້ນຄວ້າດ້ວຍຄວາມຮັບ ຜິດຊອບຢ່າງເລິກເຊິ່ງແບບພາວະວິໄສ ເພື່ອຜົນປະໂຫຍດລວມຂອງປະເທດຊາດ ກໍ່ຄືຂອງ ສສຍລ ເຊິ່ງການທາບທາມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຄັດເລືອກທັງໝົດ 71 ສະຫາຍ ຄັດອອກ 3 ສະຫາຍ.

About admins16