ກອງປະຊຸມໃຫຍ່ສະມາຊິກແມ່ຍິງຮາກຖານພະແນກກະສິກຳ ແລະ ປ່າໄມ້ແຂວງ ຄັ້ງທີ XI

ກອງປະຊຸມໃຫຍ່ສະມາຊິກແມ່ຍິງຮາກຖານພະແນກກະສິກຳ ແລະ ປ່າໄມ້ແຂວງ ຄັ້ງທີ XI ໄດ້ຈັດຂຶ້ນ ໃນວັນທີ 30 ມິຖຸນາ 2023 ຢູ່ທີ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ນາງ ທິນນະກອນ ຈັນທະບົວທອງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານແມ່ຍິງຮາກຖານພະແນກກະສິກໍາ ແລະ ປ່າໄມ້, ເຂົ້າຮ່ວມໂດຍ ທ່ານ ນາງ ຄຳປິວ ສີສົມບັດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ແລະ ທ່ານ ສອນໄຊ ພົມມະວົງ ປະທານກວດກາພັກ, ຄະນະພັກຮາກຖານ, ຄະນະພະແນກກະສິກຳ ແລະ ປ່າໄມ້ແຂວງ ມີບັນດາທ່ານຕາງໜ້າອົງການຈັດຕັ້ງມະຫາຊົນ, ຂະແໜງ ແລະ ສະມາຊິກແມ່ຍິງພາຍໃນຮາກຖານເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານການນໍາພາຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະຜ່ານມາໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ນຳພາຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ ລັດຖະທຳມະນູນ ແລະ ກົດໝາຍຂອງລັດມະຕິຄຳສັ່ງຂອງຂັ້ນເທິງເປັນປົກກະຕິເພື່ອສ້າງໃຫ້ແມ່ຍິງມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ປັບປຸງວິທີການເຮັດວຽກແບບແຜນການນຳພາໃຫ້ມີຄວາມເຂັ້ມແຂງຖືກຕ້ອງຕາມການນໍາພາຂອງພັກ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັ້ນ 3 ດີ ຕິດພັນກັບວຽກງານວິຊາສະເພາະຢ່າງເລິກເຊິ່ງ ແລະ ຖືເອົາວຽກງານກວດກາເປັນວຽກງານສໍາຄັນໃນການຕິດຕາມກວດກາການປະຕິບັດໜ້າທີ່ວຽກງານຂອງຄະນະແມ່ຍິງໃຫ້ຖືກຕ້ອງຕາມຄວາມຮັບຜິດຊອບຂອງຕົນ.

ເພື່ອສືບຕໍ່ນໍາພາ-ຊີ້ນໍາວຽກງານແມ່ຍິງໃນຕໍ່ໜ້າກອງປະຊຸມໄດ້ພ້ອມກັນປ່ອນບັດຄັດເລືອກ ເອົາຄະນະຊຸດໃໝ່ເຊິ່ງມີຜູ້ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດຄັດເລືອກກອງປະຊຸມຄັ້ງປະຖົມມະລຶກໄດ້ເອກະພາບກັນເລືອກເອົາ ທ່ານ ນາງ ທິນນະກອນ ຈັນທະບົວທອງ ເປັນປະທານຮາກຖານແມ່ຍິງ, ທ່ານ ນາງ ສີວຽງໄຊ ເປັນຮອງ ແລະ ທ່ານ ນາງ ບຸນຮຽງ ໜັ້ນລ່ຽມ ເປັນຄະນະ ທັງເປັນຜູ້ກວດກາ.

ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ນາງ ຄໍາປິວ ສີສົມບັດ ໂດຍທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ຄຽງຄູ່ກັບຜົນງານດ້ານດີສະມາຊິກແມ່ຍິງຍັງຈະຕ້ອງໄດ້ຮີບຮ້ອນແກ້ໄຂ ຈຸດອ່ອນ ແລະ ຂໍ້ຄົງຄ້າງໃນຊຸມປີຜ່ານມາເຊິ່ງໄດ້ເນັ້ນໜັກຕື່ມບາງດ້ານຄື: ເປັນເຈົ້າການສືບຕໍ່ນຳພາ-ຊີ້ນຳວຽກງານແມ່ຍິງໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຮອບດ້ານ, ມີສະຕິເຄົາລົບກົດໝາຍ, ເປັນເຈົ້າຕົນເອງ, ມີນໍ້າໃຈຮັກຊາດ, ຮັກກຽດສັກສີຂອງແມ່ຍິງລາວ, ນໍາພາປັບປຸງການຈັດຕັ້ງສະຫະພັນແມ່ຍິງໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ມີການແບ່ງງານ ແບ່ງຄວາມຮັບຜິດຊອບໃຫ້ຄະນະຢ່າງລະອຽດຈະແຈ້ງ, ເຕົ້າໂຮມຄວາມສາມັກຄີ, ລວມຊີວິດປະຈໍາເດືອນເພື່ອສໍາຫຼວດກວດກາເຊິ່ງກັນ ແລະ ກັນ, ເພີ່ມທະວີການຂໍທິດຊີ້ນຳຈາກຄະນະພັກ, ຄະນະສະຫະພັນແມ່ຍິງຂັ້ນທັດຕົນ, ພ້ອມທັງປະສານສົມທົບກັບອົງການຈັດຕັ້ງມະຫາຫາຊົນພາຍໃນຂອງຕົນເພື່ອກຳນົດວາງແຜນສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແມ່ຍິງໄດ້ຮັບການບຳລຸງທິດສະດີ, ວິຊາຊະເພາະເຕັກໂນໂລຊີສາມາດຕອບສະໜອງໜ້າທີ່ວຽກງານໃນໄລຍະໃໝ່, ນໍາພາສະມາຊິກແມ່ຍິງໃນຮາກຖານຈັດຕັ້ງປະຕິບັດຄໍາຂວັນ ຂອງແມ່ຍິງລາວທີ່ວ່າ: “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ແລະ ຂໍ້ແຂ່ງຂັນ 3 ດີ “ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ” ໃຫ້ເຂົ້າສູ່ລວງເລິກຂອງວຽກງານ.

About admins14