ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມເມືອງທ່າພະບາດ ຄັ້ງທີ່ 5 ສະໄໝທີ VII ແລະ ມອບ- ຮັບຫຼຽນກາລະນຶກ 65 ປີ

ໃນວັນທີ 22 ມີຖຸນາ 2023 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມເມືອງທ່າພະບາດ ຄັ້ງທີ່ 5 ສະໄໝທີ VII ພາຍໃຕ້ການເປັນປະທານຂອງ ສະຫາຍ ອຸດອນ ພິມມະສອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງທ່າພະບາດ, ເປັນກຽດເຂົ້າຮ່ວມເປັນຄະນະປະທານຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ວົງດອນ ປັນຍານຸວົງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີແຂັກຖືກເຊີນ, ຕາງໜ້າອົງການພາຄີ, ຄະນະປະຈຳ, ຄະນະບໍລິຫານງານຊາວໜຸ່ມເມືອງ, ບັນດາເລຂາ, ຮອງເລຂາ ຊາວໜຸ່ມຮາກຖານ ຕະຫຼອດຮອດຄະນະຊາວໜຸ່ມຂັ້ນບ້ານ ແລະ ພະນັກງານຊາວໜຸ່ມເມືອງ ເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ນາງ ແຫຼມຈັນ ສຸວັນນະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຊາວໜຸ່ມ-ເຍົາວະຊົນ 1 ປີຜ່ານ ມາ ທົ່ວແຂວງ ມີສະມາຊິກຊາວໜຸ່ມທັງໝົດ 3.944 ສະຫາຍ, ຍິງ 1.300 ສະຫາຍ, ມີ 15 ຮາກຖານ, 11 ໜ່ວຍເອກະລາດ ແລະ 26 ໜ່ວຍບ້ານ ຜ່ານມາຄະນະບໍລິຫານງານຊາວໜຸ່ມເມືອງ ພ້ອມດ້ວຍສະມາຊິກອອ້ມຂ້າງເມືອງ ຮ່ວມກັບອົງການປົກຄອງບ້ານ ສ້າງຂະບວນການ ມອບອຸປະກອນປຸກເຮືອນ ຊ່ວຍເຫຼືອຄອບຄົວທຸກຍາກ ໄດ້ຈໍານວນ 2 ຫຼັງ ມູນຄ່າ 3.377.000 ກີບ. ຜ່ານບົດສໍາຫຼວດນໍາພາລວມຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເມືອງ, ຜ່ານມະຕິຮັບຮອງເອົາບັນດາໜ້າວຽກທີ່ຈະໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ ແຂ່ງຂັນ 4 ບຸກ ແລະ 3 ດີ 4 ຮູ້ ຂອງຊາວໜຸ່ມ-ເຍົາວະຊົນ.

ພ້ອມກັນນັ້ນ ກອງປະຊຸມກໍໄດ້ມີການປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ແລະ ກອງປະຊຸມໄດ້ເປັນເອກະພາບສູງ ຮັບຮອງເອົາບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ນໍາໄປຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້.

About admins14