ກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ VII

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2020 ແລະ ໄດ້ສຳເລັດລົງໃນຕອນບ່າຍວັນດຽວກັນ ຢູ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ທ່ານນາງ ຄຳປິວ ສີສົມບັດ ວ່າການປະທານສະຫະພັນແມ່ຍິງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ ນາງ ອິນລະວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ-ແຂວງບໍລິຄຳໄຊ, ມີຜູ້ແທນສົມບູນ 125 ສະຫາຍ, ມີຄະນະສູນກາງສະຫະພັນແມ່ຍິງລາວ, ປະທານແມ່ຍິງຈາກແຂວງອ້ອມຂ້າງ, ປະທານແມ່ຍິງເມືອງ ແລະ ປະທານແມ່ຍິງຮາກຖານພະແນກການອ້ອມຂ້າງແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ ໄດ້ຮັບຟັງລາຍງານການເມືອງທັງສອງພາກ ເຊິ່ງສະເໜີໂດຍ ທ່ານນາງ ຄຳປິວ ສີສົມບັດ ໂດຍໄດ້ຕີລາຄາເຖິງຜົນງານ ແລະ ໄຊຊະນະ ຂອງການນໍາພາຈັດຕັ້ງຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫ່ຍຜູ້ແທນແມ່ຍິງແຂວງ ຄັ້ງທີ VI ດ້ານດີ, ດ້ານອ່ອນ ທີ່ຈະໄດ້ພ້ອມແກ້ໄຂໃນຕໍ່ໜ້າ, ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາມະຕິ ທີ່ຈະໄດ້ພ້ອມກັນປະຕິບັດໃນ 5 ປີຕໍ່ໜ້າ ຄື: ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ເຊິ່ງໄດ້ສະຫຼຸບຢ່າງພາວະວິໄສຕໍ່ຜົນງານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ຄັ້ງທີ VI, ບົດສະຫຼຸບແຜນພັດທະນາແມ່ຍິງແຂວງບໍລິຄຳໄຊ ( 2015-2019 ) ໂດຍຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ເພື່ອພັດທະນາແມ່ຍິງໃຫ້ມີຄວາມກ້າວໜ້າຕະຫຼອດມາ, ຮັບຮອງເອົາທິດທາງແຜນການສະຫະພັນແມ່ຍິງແຂວງ 5 ປີ ( 2020-2024 ) ເພື່ອເປັນບ່ອນອີງໃນການນຳພາຈັດຕັ້ງປະຕິບັດວຽກງານແມ່ຍິງໃຫ້ມີຜົນສຳເລັດ ເຊິ່ງລວມມີ 8 ຄາດໝາຍສູ້ຊົນ ແລະ 8 ທິດທາງລວມ ພ້ອມທັງມາດຕະການຈັດຕັ້ງປະຕິບັດ, ຮັບຮອງເອົາແຜນພັດທະນາແມ່ຍິງແຂວງ 5 ປີ ( 2020-2024 ) ເຊິ່ງລວມມີ VI ແຜນງານ 21 ໂຄງການ, ຮັບຮອງເອົາບົດສຳຫຼວດການນຳພາຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຊຸດທີ VI ຜ່ານມາທີ່ໄດ້ຕີລາຄາສູງຕໍ່ການນຳພາຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງມີຜົນສຳເລັດຕາມຄາດໝາຍວາງໄວ້.

ກອງປະຊຸມໄດ້ຮັບຟັງລາຍງານ ການປະກອບຄຳເຫັນຈາກຕາງໜ້າສະຫະພັນແມ່ຍິງເມືອງທ່າພະບາດ ໃນການຈັດຕັ້ງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕາງໜ້າຄອບຄົວຕົວແບບການບໍລິການຄ້າຂາຍຂອງນາງ ວົງພະຈັນ ສີຫາລາດ ສະມາຊິກແມ່ຍິງ ເມືອງປາກຊັນ ແລະ ກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ເຊິ່ງແຕ່ລະພາກສ່ວນໄດ້ຍ້ອງຍໍຊົມເຊີຍກອງປະຊຸມໃຫຍ່ ແລະ ຢັ້ງຢືນເຖິງຜົນສຳເລັດທີ່ຍາດມາໄດ້ທັງເປັນການປະກອບສ່ວນເຮັດໃຫ້ກອງປະຊຸມຄັ້ງນີ້ມີເນື້ອໃນອຸດົມສົມບູນຂຶ້ນຕື່ມ.

ຜູ້ແທນກອງປະຊຸມໃຫຍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງບໍລິຄຳໄຊ ຊຸດທີ VII ແລະ ໄດ້ເປັນເອກະສັນກັນເລືອກເອົາ ທ່ານນາງ ຄໍາປິວ ສີສົມບັດ ເປັນປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງບໍລິຄຳໄຊ ຊຸດທີ VII, ທ່ານນາງ ຂັນທອງ ພັນທະຈັກ ເປັນຮອງປະທານ ແລະ ທ່ານນາງ ຄຳໃບ ບໍລິວັນ ເປັນຮອງປະທານ ທັງເປັນປະທານກວດກາ, ທ່ານນາງ ວິລະພອນ ພົມມະວົງສາ ເປັນຮອງປະທານກວດກາ.

About admin11