ດຳເນີນກອງປະຊຸມປະຈຳເດືອນພຶດສະພາ ແລະ ມິຖຸຸນາ

  ກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ປະຈຳເດືອນພຶດສະພາ ແລະ ມິຖຸນາ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ 2020 ຢູ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ມະຕິຕົກລົງກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2020 ທີ່ຍົກໃຫ້ເຫັນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8 ແລະ 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳໄຕມາດທີ I, ຄາດຄະເນການຈັດຕັ້ງປະຕິບັດ 6 ເດືອນ ແລະ ວຽກງານຈຸດສຸມທ້າຍປີ 2020, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ການປະຕິບັດນະໂຍບາຍຕໍ່ແຮງງານລາວທັງນອກ ແລະ ໃນລະບົບ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຜນການຄຸ້ມຄອງ-ນຳໃຊ້ແຮງງານລາວ ທີ່ກັບຄືນມາຈາກຕ່າງປະເທດ ແລະ ວຽກງານອື່ນໆ.

ຫຼັງຈາກນັ້ນກໍ່ໄດ້ຮັບຟັງການສະຫຼຸບຕີລາຄາ ການປະຕິບັດທິດຊີ້ນຳໃນກອງປະຊຸມວຽກງານປົກຄອງ ຄັ້ງວັນທີ 5 ພຶດສະພາທີ່ຜ່ານມາ ເຫັນວ່າຫຼາຍວຽກງານໄດ້ຖືກຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ໄປຕາມທິດທາງທີ່ກຳນົດໄວ້ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ແກ້ໄຂ 4 ເຖື່ອນ, ການເກັບລາຍຮັບເຂົ້າງົບປະມານ ຮອດວັນທີ 12 ມິຖຸນາ ປະຕິບັດໄດ້ 229,54 ຕື້ກີບ ເທົ່າກັບ 24,75% ຂອງແຜນການປີ ໃນນັ້ນລາຍຮັບພູດສູນກາງ 173,97 ຕື້ກີບ ເທົ່າກັບ 24,44% ຂອງແຜນການປີ ແລະ ພູດທ້ອງຖິ່ນ 55,56 ຕື້ກີບ ເທົ່າກັບ 25,75% ຂອງແຜນການປີ, ໄດ້ແກ້ໄຂສ້ອມແປງເສັ້ນທາງ ແຕ່ບ້ານຂອນຂວ່າງ-ບ້ານນານ້ຳ ເມືອງປາກກະດິງ ຄວາມຍາວ 30 ກິໂລແມັດ. ນອກຈາກນັ້ນດ້ານວຽກງານອຸດສາຫະກໍາ ແລະ ການຄ້າ ໄດ້ລົງຕິດຕາມກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຢ່າງເປັນປົກກະຕິ, ວຽກງານສາທາລະນະສຸກ ກໍ່ໄດ້ສຸ້ມໃສ່ການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໃນທົ່ວແຂວງມີກໍລະນີໄຂ້ຍຸງລາຍ 146 ກໍລະນີ ໃນນັ້ນໄຂ້ຍຸງລາຍບໍ່ມີອາການເຕືອນ 107 ກໍລະນີ, ໄຂ້ຍຸງລາຍມີອາການເຕືອນ 38 ກໍລະນີ ແລະ ຮ້າຍແຮງ 1 ກໍລະນີ ແຕ່ບໍ່ມີກໍລະນີເສຍຊີວິດ.

ໃນກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການລາຍງານ ແລະ ປະກອບຄຳຄິດເຫັນ ຕໍ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການແກ້ໄຂສິ່ງກີດຂວາງ ຂອງໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ, ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາ ຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນ ໃນເຂດອ່າງຮັບນ້ຳໜ້າເຂື່ອນໄຟຟ້ານ້ຳງຽບ 1, ການສືບຕໍ່ຍົກຍ້າຍປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1 ຢູ່ບ້ານຫ້ວຍຫອຍ ເມືອງວຽງທອງ, ຮ່າງຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການກຳນົດເຂດຄ່າເຊົ່າ ແລະ ສຳປະທານທີ່ດິນລັດ ແລະ ວຽກງານອື່ນໆ.

About admin11