ກອງປະຊຸມໃຫຍ່ຊາວໜຸ່ມຮາກຖານລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ ຄັ້ງທີ VII

ໃນວັນທີ 12 ກຸມພາ 2021 ຢູ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມໃຫຍ່ຊາວໜຸ່ມ ຄັ້ງທີ VII ຂອງຕົນຂຶ້ນ, ເປັນປະທານໂດຍ ສະຫາຍ ວິໄລພອນ ຈັນທະມີນາວົງ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຊາວໜຸ່ມຮາກຖານ ລັດວິສາຫະກິດໄຟຟ້າລາວ, ເຂົ້າຮ່ວມໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ຕາ ພົງອາດິດ ຮອງເລຂາຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງບໍລິຄຳໄຊ ມີຕາງໜ້າອົງການຈັດຕັ້ງມະຫາຊົນພາຍໃນ, ແຂກຖືກເຊີນ, ຊາວໜຸ່ມແຮກສ່ຽວ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານຊາວໜຸ່ມໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນບາງດ້ານ ດັ່ງນີ້: ດ້ານການເມືອງແນວຄິດ ຄະນະຊາວໜຸ່ມຮາກຖານໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແລະ ເຮັດຢ່າງເປັນປົກກະຕິ ໂດຍຕິດພັນກັບວຽກງານຕົວຈິງ ເຊິ່ງໄດ້ເຮັດໃຫ້ສະມາຊິກພາຍໃນຮາກຖານ ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂອງຊາວໜຸ່ມໄດ້ເປັນຢ່າງດີ.

ຊາວໜຸ່ມຮາກຖານ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ ມີສະມາຊິກທັງໝົດ 122 ສະຫາຍ, ຍິງ 14 ສະຫາຍ. ດ້ານວິຊາສະເພາະກໍສາມາດເຮັດຫຼ້ອນໜ້າທີ່ ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ຄະນະພັກ, ວຽກງານຂະບວນການ ໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງເປັນຕົ້ນ: ຂະບວນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ແລະ ຂະບວນການອື່ນໆ.

ກອງປະຊຸມ ຍັງໄດ້ຮັບຟັງການຜ່ານບົດສໍາຫຼວດການນຳພາໃນໄລຍະ 5 ປີຜ່ານມາຈາກຄະນະຊຸດເກົ່າພ້ອມທັງອຳລາໜ້າທີ່.

ຈາກນັ້ນກໍ່ໄດ້ປ່ອນບັດເອົາຄະນະຊຸດໃໝ່ ໂດຍມີຜູ້ສະໝັກ 7 ສະຫາຍ, ຍິງ 0 ສະຫາຍ ເລືອກເອົາ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະສັນເລືອກເອົາ ສະຫາຍ ວິໄລພອນ ຈັນທະມີນາວົງ ເປັນເລຂາ, ສະຫາຍ ຈັນສະໝອນ ເພຍລາດອຸ່ນເຮືອນ ເປັນຮອງເລຂາ, ສະຫາຍ ຈັນທະພອນ ສຸວັນນະລາດ ເປັນຮອງເລຂາ ທັງເປັນຜູ້ກວດກາ, ສະຫາຍ ຄໍາມີ ຫຼວງສົມບັດ ແລະ ສະຫາຍ ຈັນທະພອນ ຫຼວງອິນທະຫວາ ເປັນຄະນະ.

About admins14