ເມືອງທ່າພະບາດ ສ້າງຂະບວນການ ແຂ່ງຂັນກິລາ-ສີລະປະນັກຮຽນຊັ້ນມັດທະຍົມຕອນຕົ້ນ

   

ເພື່ອເປັນການຂັບນັບຮັບຕ້ອນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ທີ່ໃກ້ຈະເຖີງໃນມໍ່ໆນີ້ ໃນຕອນເຊົ້າວັນທີ 9 ກຸມພາ 2021 ຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ທ່າພະບາດ ໄດ້ຈັດພິທີ ແຂ່ງຂັນກິລາ-ສີລະປະນັກຮຽນຊັ້ນມັດທະຍົມສຶກສາຂື້ນ ພາຍໃຕ້ການເປັນປະທານຂອງທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ມີບັນດາ ຫົວໜ້າຫ້ອງການ, ຮອງຫ້ອງການ, ອໍານວຍການໂຮງຮຽນ, ພະນັກງານວິຊາການ, ຄູອາຈານ ແລະ ນ້ອງນັກຮຽນ ອ້ອມຂ້າງເມືອງເຂົ້າຮ່ວມ.

ການແຂ່ງຂັນແມ່ນໄດ້ແບ່ງ ອອກເປັນ 2 ປະເພດ ໄດ້ແກ່ ປະເພດ ກິລາ ເຕະບານຍິງ ແລະ ການສະແດງສີລະປະ ມີທີມເຂົ້າຮ່ວມແຂ່ງຂັນຄັ້ງມີ 8 ໂຮງຮຽນ ເຊິ່ງວ່າບັນຍາກາດຂອງການແຂ່ງຂັນດໍາເນີນໄປດ້ວຍບັນຍາກາດຟົດຟືນ ເຕັມໄປດ້ວຍຄວາມເບິກບານມ່ວນຊື່ນ ຮັກສາໄດ້ຄວາມສາມັກຄີລະຫວ່າງນັກກິລາດ້ວຍກັນ, ຮູ້ແພ້ຮູ້ຊະນະ, ຜົນການແຂ່ງຂັນປະເພດກິລາເຕະບານຍິງ ທີ 1 ໄດ້ຮັບຂັນພ້ອມ ເງີນ 300.000 ກີບ ໄດ້ແກ່: ມ.ຕ ຫ້ວຍເລີກ , ທີ 2ໄດ້ຮັບຂັນ ພ້ອມດ້ວຍເງີນ 200.000 ກີບ ໄກ້ແກ່ ມ.ຕ ສີສົມໄຊ ແລະ ທີ 3 ໄດ້ຮັບເງີນ 100.000 ກີບ ໄດ້ແກ່ ມ.ສ ປາກທວາຍ.

            ສ່ວນຜົນການສະແດງສີລະປະ ອັນດັບທີ 1 ໄດ້ຮັບຂັນພ້ອມ ເງີນ 300.000 ກີບ ໄດ້ແກ່ ມ.ຕ ບ້ານທວາຍ, ທີ2 ໄດ້ຮັບຂັນພ້ອມ ເງີນ 200.000 ກີບ ໄດ້ແກ່ ມ.ສ ທ່າພະບາດ ແລະ ອັນດັບທີ 3 ໄດ້ຮັບເງີນ 100.000 ກີບ ໄດ້ແກ່ ມ.ຕ ພະບາດ ແລະ ໃຫ້ກຽດມອບລາງວັນ ໂດຍ ທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງທ່າພະບາດ.

About admin11