ກອງປະຊຸມເຜີຍແຜ່ເຊື່ອມຊຶມຂອງຂະແໜງງການສຶກສາທິການ ແລະ ກິລາ ປະຈຳປີ 2021

ໃນຕອນເຊົ້າຂອງວັນທີ 18 ສິງຫາ 2021 ນີ້, ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຂອງຂະແໜງງການສຶກສາທິການ ແລະ ກິລາ ຂື້ນ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ລົມ ແພງສຸກ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ມີຜູ້ບໍລິຫານການສຶກສາ ພ້ອມດ້ວຍ ຄູ-ອາຈານ ທົ່ວເມືອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ດຳມີການ ເຜີຍແຜ່ເຊື່ອມຊຶມຂອງຂະແໜງງການສຶກສາທິການ ແລະ ກິລາ ປະຈຳປີ 2021ນີ້ ທ່ານ ປະທານ ໄດ້ນຳເອົາແຜນພັດທະນາ ຂະແໜງການສຶກສາ ແລະ ກິລາ 2021-2025 ຂອງສູນກາງ ແລະ ແຂວງ ໂດຍທ່ານໄດ້ຍົກໃຫ້ຮູ້ຜົນສໍາເລັດ ແລະ ຄາດໝາຍຂອງວຽກງານດັ່ງກ່າວເຊັ່ນ: ຜົນສຳເລັດ ການສຶກສາກ່ອນໄວຮຽນ, ປະຖົມສຶກສາ, ມັດທະຍົມສຶກສາ, ການສຶກສານອກໂຮງຮຽນ, ອາຊີວະສຶກສາ, ວຽກງານກິລາ-ກາຍະກຳ ແລະ ຜົນສຳເລັດວຽກງານການບໍລິຫານ ແລະ ຄຸ້ມຄອງການສຶກສາ.

ຈາກນັ້ນກໍ່ໄດ້ສຶບຕໍ່ ດຳເນີນການເຜີຍແຜ່ເອກະສານ ຄວາມເປັນຜູ້ນຳ ການນຳພາ ແລະ ການຄອງ, 3 ລັກສະນະ, 5 ຫຼັກມູນ ແລະ 3 ຂໍ້ແຂ່ງຂັນ ເຮັດໃຫ້ພະນັກງານຂະແໜງສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເພື່ອນໍາໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ຖືກຕ້ອງສອດຄ່ອງກັບເນື້ອໃນຈິດໃຈຢ່າງມີຜົນສໍາເລັດ ແລະ ເຜີຍແຜ່ດໍາລັດ ເລກທີ 184/ລບ, ລົງວັນທີ 26 ມິຖຸນາ 2019 ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ທ່ານໃຫ້ຮູ້ບາງຈຸດຂອງຈັນຍາບັນແມ່ນການປະພຶດ ທີ່ພະນັກງານ-ລັດຖະກອນແຕ່ລະຄົນຕ້ອງເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດ, ປະຕິບັດໜ້າທີ່ ຕາມແນວທາງຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ລະບຽບການຂອງລັດ, ຍົກສູງສະຕິຕໍ່ຊາດ ຕໍ່ການຈັດຕັ້ງສູງກວ່າຜົນປະໂຫຍດສ່ວນຕົວ, ປະຕິບັດຢ່າງຖືກຕ້ອງ ຖືເອົາຄວາມສະເໝີພາບລະຫວ່າງເພດ ແລະ ເຜົ່າ ຂອງພະນັກງານ-ລັດຖະກອນ ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຫຼັກໝັ້ນ ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆທີ່ຈະເກີດຂື້ນໃນຕໍ່ໜ້າ, ໃຫ້ມີປະສິດທິພາບ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

About admin11