ໂຍທາແຂວງ ມອບເຄື່ອງຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19

ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນວັນທີ 19 ສິງຫາ 2021 ຢູ່ຫ້ອງວ່າການແຂວງ ທ່ານ ແກ້ວ ບົວທອງ ຕາງໜ້າໃຫ້ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍຄະນະ ໄດ້ນຳເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າຮັບໂດຍ ທ່ານ ຄໍາຫຼ້າ ຫຼວງແສງເພັດ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄຳໄຊ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບດ້ວຍ ເງິນສົດ 1.075.000 ກີບ, ນໍ້າດື່ມຕຸກໃຫຍ່ 10 ແພັກ ແລະ ໝີ່ໄວໆ 12 ແກັດ ເພື່ອເປັນການປະກອບສ່ວນ ໃຫ້ຄະນະສະເພາະກິດຂັ້ນແຂວງ ນຳໄປຊ່ວຍເຫຼືອ ພະນັກງານແພດໝໍ ແລະ ຄົນເຈັບທີ່ກຳລັງຮັບການປີ່ນປົວຢູ່ສູນປີ່ນປົວພະຍາດໂຄວິດຂອແຂວງ.

About admins14