ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກເມືອງໄຊຈຳພອນ ຄັ້ງທີ 8 ສະໄໝທີ III

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ເມືອງ ໄຊຈຳພອນ ຄັ້ງທີ 8 ສະໄໝທີ III ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2023 ທີ່ສະໂມສອນຂອງເມືອງ, ໂດຍການເປັນປະທານຂອງ ສະຫາຍ ໂກ່ ໄຊສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫ້ອງການ, ເລຂາພັກກຸ່ມບ້ານ, ນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ III ປະຈໍາປີ 2022, ພ້ອມທັງບົດສະຫຼຸບຫຍໍ້ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2022 ໂດຍການນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ລົງຜັນຂະຫຍາຍເຊື່ອມຊຶມໃຫ້ກັບປະຊາຊົນບັນດາເຜົ່າ ໃຫ້ເຂົ້າໃຈ ແລະ ເປັນເຈົ້າການໃນການປະຕິບັດກົດລະບຽບ, ກົດໝາຍ, ມີຄວາມສາມັກຄີປອງດອງ ເຮັດໃຫ້ສັງຄົມມີຄວາມສະຫງົບ, ພື້ນຖານເສດຖະກິດໄດ້ຮັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ນັບມືດີຂື້ນເປັນກ້າວໆ.

ທົ່ວເມືອງມີຄອບຄົວ ພົ້ນທຸກ 1.115 ຄອບຄົວ ເທົ່າກັບ 60,8%, ສົ່ງເສີ່ມຊຸກຍູ້ການປູກ, ການລ້ຽງດ້ວຍກອງທຶນ ກພບ ມີຕົ້ນທືນທັງໝົດ 300 ລ້ານກວ່າກີບ, ປ່ອຍໃຫ້ປະຊາຊົນກູ້ຍືມດ້ວຍດອກເບ້ຍຕໍ່າ, ປັດຈຸບັນ ສາມາດເກັບກູ້ຕົ້ນທຶນໄດ້ 200 ລ້ານກວ່າກີບ.

ຈາກນັ້ນ ຕາງໜ້າໃຫ້ແຕ່ລະຫ້ອງການ ໄດ້ຂື້ນລາຍງານຜົນສໍາເລັດ ແລະ ວຽກງານທີ່ພົ້ນເດັ່ນ, ພ້ອມທັງໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ເພື່ອໃຫ້ມີເນື້ອໃນທີ່ຄົບຖ້ວນ ແລະ ສົມບູນຂຶ້ນ. ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນຈຶງສຳເລັດ.

About admins14