ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ແຂວງບໍລິຄຳໄຊ ຖືສຳຄັນວຽກງານກໍ່ສ້າງພັກ – ພະນັກງານ

ໃນຕອນເຊົ້າຂອງວັນທີ 07 ກຸມພາ 2023 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ທ່ານນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ລາຍງານກ່ຽວກັບການສ້າງແຜນກຳນົດພະນັກງານນຳພາ – ຄຸ້ມຄອງ ເຊິ່ງໃນປັດຈຸບັນ ໄດ້ບັນຈຸພະນັກງານເຂົ້າໃສ່ແຕ່ລະຕຳແໜ່ງລວມທັງໝົດທົ່ວແຂວງ 7.506 ທ່ານ ຍິງ 2.304 ທ່ານ, ໄດ້ສຳເລັດການດຳເນີນການສ້າງແຜນກຳນົດພະນັກງານ ທີ່ຂຶ້ນກັບສິດຄຸ້ມຄອງຂອງຄະນະບໍລິຫານງານພັກແຂວງ ທັງໝົດ 36 ພາກສ່ວນ ສຳເລັດ 100% ແລະ ເມືອງ ດຳເນີນສຳເລັດແລ້ວ 7 ຕົວເມືອງ ກວມເອົາ 100%, ການເຕີບໂຕເສດຖະກິດ ລວມຍອດຜະລິດຕະພັນພາຍໃນ ບັນລຸ 7.962,4 ຕື້ກີບ ດ້ວຍອັດຕາຂະຫຍາຍຕົວ 5,10% ລາຍໄດ້ສະເລ່ຍ 24 ລ້ານກວ່າກີບ ຕໍ່ຫົວຄົນຕໍ່ປີ.

ຈາກນັ້ນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ເອົາໃຈໃສ່ວຽກງານກໍ່ສ້າງພັກ ເຊິ່ງຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການນໍາພາການເມືອງ – ແນວຄິດ ໃຫ້ຫຼາຍຂຶ້ນກວ່າເກົ່າ, ສ້າງເງື່ອນໄຂໃຫ້ຖັນແຖວພະນັກງານນຳພາແຕ່ລະຂັ້ນ ໄດ້ຮັບການປະກອບຄວາມຮູ້ລັດທິມາກ – ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ມູນເຊື້ອອັນດີງານມຂອງພັກ, ຂອງຊາດ, ກໍ່ສ້າງ ແລະ ປັບປຸງພັກຕາມ 05 ຫຼັກການ ແລະ 03 ທິດນໍາ ຂອງພັກ, ເພີ່ມທະວີການຕິດຕາມກວດກາ ແລະ ເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ຢູ່ພາຍໃນພັກ, ເພີ່ມຄວາມສໍາຄັນວຽກງານປ້ອງກັນພັກ.

ປັບປຸງ ແລະ ເພີ່ມທະວີແບບແຜນນໍາພາ ທີ່ມີການແບ່ງງານ, ການມອບໝາຍຄວາມຮັບຜິດຊອບ ຢ່າງຈະແຈ້ງຂາດຕົວ, ສົມທົບຢ່າງກົມກຽວ ລະຫວ່າງບົດບາດ ແລະ ຄວາມສາມາດນໍາພາ ຂອງບຸກຄົນໃນຄະນະພັກ, ສືບຕໍ່ນໍາພາອົງການຈັດຕັ້ງລັດທຸກພາກສ່ວນພາຍໃນແຂວງ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ສິິດ ແລະໜ້າທີ່ຂອງຕົນ ໃຫ້ມີຜົນສໍາເລັດ, ຮັບປະກັນຄຸນນະພາບ, ເອົາໃຈໃສ່ໃນການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບ, ກະກຽມ ແລະ ດໍາເນີນ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ສຳລັບ ວຽກງານພະນັກງານ ໃຫ້ສືບຕໍ່ດໍາເນີນການປະເມີນຜົນສະມາຊິກພັກ, ພະນັກງານ – ລັດຖະກອນ ປະຈໍາແຕ່ລະປີ ເພື່ອຊອກໃຫ້ເຫັນພະນັກງານ ຜູ້ທີ່ດີ, ທີ່ເກັ່ງ, ຜູ້ທີ່ມີຄວາມຮູ້, ຄວາມສາມາດ ເພື່ອເປັນບ່ອນອີງໃນການຈັດວາງ-ຊັບຊ້ອນ ເຂົ້າໃນແຕ່ລະຕໍາແໜ່ງງານ, ສືບຕໍ່ສ້າງແຜນບໍາລຸງ – ສ້າງ ພະນັກງານໃນແຕ່ລະປະເພດ ຮັບປະກັນໂຄງປະກອບເພດ, ເຜົ່າ ແລະ ອາຍຸກະສຽນຕາມອັດຕາສ່ວນທີ່ເໝາະສົມ, ສືບຕໍ່ນໍາພາຄະນະພັກ, ຄະນະນໍາທຸກຂັ້ນ ເປັນເຈົ້າການຄົ້ນຄວ້າເຊື່ອມຊຶມໃຫ້ເລິກເຊິ່ງ ຕໍ່ບັນດານິຕິກໍາທີ່ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ, ປະຕິບັດລະບອບຄຸ້ມຄອງພະນັກງານ ຢ່າງເຂັ້ມງວດ ເຮັດຢ່າງເປັນລະບົບຕໍ່ເນື່ອງ ນັບແຕ່ການເກັບກຳບັນຊີ, ສະຖິຕິ, ປະຫວັດຕົ້ນກໍາເນີດ, ປະຫວັດການເຄື່ອນໄຫວ, ການປ່ຽນແປງຂອງສະມາຊິກພັກ-ພະນັກງານ ແລະ ລັດຖະກອນ.

ເພີ່ມທະວີການຊີ້ນໍາ, ນໍາພາຂອງພັກ ຕໍ່ກົງຈັກການຈັດຕັ້ງທີ່ເປັນເສນາທິການ ໃຫ້ຄະນະພັກ ໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນທົ່ວລະບົບການເມືອງຂອງຄະນະບໍລິຫານງານພັກແຂວງ, ເອົາໃຈໃສ່ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກເລກທີ 21/ ກມສພ, ລົງວັນທີ 09 ພະຈິກ 2022 ວ່າດ້ວຍການຕີລາຄາພະນັກງານຢ່າງພາວະວິໄສ.

About admins16