ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ເມືອງຄຳເກີດ ຄັ້ງທີ 8 ສະໄຫມທີ 9

ໃນຕອນເຊົ້າຂອງວັນທີ 2 ມີນາ 2022 ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 8 ສະໄຫມທີ 9 ໂດຍການເປັນປະທານຂອງ ສະຫາຍ ເພັດສະໃຫມ ໄຊຍະທິຈັກ ເລຂາພັກເມືອງ ເຈົ້າເມືອງຄຳເກີດ, ມີຄະນະປະຈຳ – ກຳມະການພັກເມືອງ,  ຫົວຫນ້າຫ້ອງການອ້ອມຂ້າງເມືອງ ແລະ ເລຂາພັກບ້ານ – ນາຍບ້ານພາຍໃນເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022: ໃນ 1 ປີຜ່ານມາ ຄະນະພັກເມືອງຄໍາເກີດ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ ໄປຄຽງຄູ່ກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ຍົກລະດັບການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ພ້ອມກັນສຸມໃສ່ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕັ້ງຫນ້າ ເພື່ອຮັບປະກັນຊີວິດ ແລະ ສຸຂະພາບຂອງປະຊາຊົນ.

ແຕ່ເຖິງຢ່າງໃດກໍ່ຕາມ ພວກອິດທິກໍາລັງປໍລະປັກ, ກຸ່ມຄົນບໍ່ດີຍັງບໍ່ລົດລະໃນການປະຕິບັດກົນອຸບາຍຫັນປ່ຽນໂດຍສັນຕິ ແລະ ປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ, ແຂວງ ແລະ ເມືອງ ວາງອອກ ເຮັດໃຫ້ເມືອງສາມາດຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຕັດວົງຈອນບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

ຍ້ອນອົງການປົກຄອງທຸກຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຕະຫຼອດຮອດປະຊາຊົນບັນດາເຜົ່າໄດ້ມີຄວາມສາມັກຄີເປັນເອກະພາບ ສູງຕໍ່ແນວທາງ ແລະ ການນໍາພາຂອງພັກປະຕິບັດເຂັ້ມງວດຕາມຄໍາແນະນໍາຂອງຄະນະສະເພາະກິດແຕ່ລະຂັ້ນວາງອອກ ສາມາດຕ້ານ ແລະ ສະກັດກັ້ນໄດ້ທັນກັບສະພາບການໂດຍພື້ນຖານ ແລະ ຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ການຈັດຕັ້ງແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນ, ປະຊາຊົນບັນດາເຜົ່າ ອຸ່ນອຽນທຸ່ນທ່ຽງ, ຕັ້ງຫນ້າຟື້ນຟູ ແລະ ພັດທະນາເສດຖະກິດຄອບຄົວຂອງຕົນ.

ພ້ອມນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາຄິດເຫັນຂອງແຕ່ລະຂະແໜງການໃສ່ຮ່າງບົດສະຫຼຸບ ເພື່ອໃຫ້ບົດສະຫຼຸບດັ່ງກ່າວມີເນື້ອໃນທີ່ຄົບຖ້ວນ ແລະ ສົມບູນ, ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງຄັ້ງທີ 8 ສະໄຫມທີ 9 ແມ່ນຈະໄດ້ດໍາເນີນເປັນເວລາສອງວັນ ຈຶ່ງຈະສໍາເລັດ.

 

About admin11