ບໍລິຄຳໄຊ ເປີດນຳໃຊ້ສູນຂໍ້ມູນ – ຂ່າວສານ ສຳລັບແຮງງານເຄື່ອນຍ້າຍ ເປັນແຫ່ງທີ 6 ຂອງ ສປປ ລາວ

ພິທີເປີດນຳໃຊ້ສູນຂໍ້ມູນ-ຂ່າວສານ ສຳລັບແຮງງານເຄື່ອນຍ້າຍ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ມີນາ 2022 ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງໆບໍລິຄໍາໄຊ, ທ່ານ ຝຣັ໋ງຊົ່ວ ປຣະວົງວຽງຄຳ ເຈົ້າໜ້າທີ່ທາງການເມືອງ ສະຫະພາບເອີຣົບ, ມີຫົວໜ້າພະແນກ ຮສສ ແຂວງ, ຜູ້ປະສານງານອົງການ ILO ປະຈຳ ສປປ ລາວ, ຄະນະກະຊວງ ຮສສ, ແລະ ພະນັກງານ ຮຮສ ແຂວງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ສູນຂໍ້ມູນ-ຂ່າວສານ ( MRC ) ຈະສະໜອງການບໍລິການທີ່ຫຼາກຫຼາຍ ໃຫ້ແກ່ແຮງງານເຄື່ອນຍ້າຍ ແລະ ຈະຊ່ວຍໃຫ້ເຂົາເຈົ້າເຂົ້າໃຈເຖິງສິດທິຂອງເຂົາເຈົ້າໄດ້ດີຂຶ້ນກວ່າເກົ່າ ແລະ ນອກນັ້ນ ກໍຍັງເປັນຊ່ອງທາງໃຫ້ເຂົາເຈົ້າໄດ້ຮ້ອງທຸກ, ສູນ ຈະປະຕິບັດໜ້າທີ່ເພື່ອຮັບປະກັນວ່າ ແຮງງານຜູ້ທີ່ມີຈຸດປະສົງ ຢາກໄປອອກແຮງງານຢູ່ຕ່າງປະເທດ ໄດ້ຮັບຂໍ້ມູນຂ່າວສານທີ່ທັນກັບສະພາບການ ແລະ ໄດ້ຮັບຄຳປຶກສາກ່ອນຕັດສິນໃຈເຄື່ອນຍ້າຍ.

ແຮງງານທີ່ກັບຄືນປະເທດ ຈະໄດ້ຮັບການສະຫນອງຂໍ້ມູນຂ່າວສານ ແລະ ການຝຶກອົບຮົມ ເພື່ອຊ່ວຍໃຫ້ເຂົາເຈົ້າຊອກຫາວຽກເຮັດງານທຳໃນຊຸມຊົນຂອງຕົນເອງ ຫຼື ກັບໄປເຄື່ອນຍ້າຍອີກ ໂດຍຜ່ານຊ່ອງທາງທີ່ປອດໄພ ແລະ ຖືກຕ້ອງ, ແຮງງານເຄື່ອນຍ້າຍເພດຍິງ ແລະ ຊາຍ ສາມາດຮ້ອງທຸກຕໍ່ກັບການຖືກລະເມີດສິດທິ ລວມໄປເຖີງການກົດຂີ່ຂູດຮີດແຮງງານ ແລະ ການລ່ວງລະເມີດທາງເພດ ໂດຍຜ່ານສູນ MRC.

ສູນ MRC ແຂວງບໍລິຄຳໄຊ ຈະໃຫ້ການຊ່ວຍເຫລືອ ແລະ ສົ່ງຕໍ່ແຮງງານເຄື່ອນຍ້າຍເພດຍິງ ໄປຫາຜູ້ໃຫ້ບໍລິການທີ່ມີຄວາມຊ່ຽວຊານສະເພາະດ້ານໃນການໂຕ້ຕອບກັບກໍລະນີຄວາມຮຸນແຮງຕໍ່ແມ່ຍິງ.

ການເຄື່ອນຍ້າຍ ໄດ້ມີຄວາມສ່ຽງຫຼາຍຂຶ້ນໃນຊ່ວງການລະບາດຂອງພະຍາດໂຄວິດ-19 ແລະ ການປົກປ້ອງແຮງງານໃຫ້ດີຂຶ້ນກວ່າເກົ່າ ແມ່ນມີຄວາມຈຳເປັນຫລາຍ ເພື່ອປ້ອງກັນຂູດຮີດແຮງງານເຄື່ອນຍ້າຍ, ທາງສູນ ເຫັນໄດ້ເຖີງຄວາມສຳຄັນໃນການສະໜອງ ຂໍ້ມູນຂ່າວສານທີ່ຄົບຖ້ວນ ແລະ ທັນກັບສະພາບການ ຕໍ່ກັບໂອກາດໃນການມີວຽກເຮັດງານທຳ ແລະ ການເຄື່ອນຍ້າຍທີ່ປອດໄພໃຫ້ແກ່ຜູ້ທີ່ຊອກວຽກເຮັດງານທຳ ແລະ ຜູ້ທີ່ມີຈຸດປະສົງ ຢາກເຄື່ອນຍ້າຍ.

ສູນດັ່ງກ່າວນີ້ ໄດ້ຮັບການສະໜອງທຶນຈາກສະຫະພາບເອີຣົບ (ອີຢູ) ເຊິ່ງແຂວງບໍລິຄຳໄຊ ເປັນແຫ່ງທີ 6 ຂອງ ສປປ ລາວ ໂດຍຈະໄດ້ນຳໃຊ້ຫ້ອງການ ຈຳນວນ 1 ຫ້ອງ ຢູ່ພະແນກ ຮສສ ແຂວງ ເປັນສູນດັ່ງກ່າວ ແລະ ຈະຈັດຕັ້ງປະຕິບັດຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການ ILO ໂດຍຜ່ານ ໂຄງການຮັບປະກັນສິດທິແຮງງານແຕ່ເຮືອຮອດຝັ່ງຂອງອາຊີຕາເວັນອອກສຽງໃຕ້ ແລະ ແຜນງານຮ່ວມຂອງ ອົງການ ILO-UN Women ປອດໄພ ແລະ ຍຸຕິທຳ ພາຍໃຕ້ ຂໍ້ລິເລີ່ມ ສະປອດໄລ EU-UN.

ການຮ່ວມນີ້ ຈະສະໜັບະໜູນລັດຖະບານລາວ ໃນການຂະຫຍາຍ ແລະ ເພີ່ມທະວີການເຂົ້າເຖິງ ແລະ ການຕອບໂຕ້ຕໍ່ບົດບາດຍິງຊາຍໃນທຸກດ້ານ ຂອງການສະໜອງການບໍລິການໃຫ້ແກ່ແຮງງານເຄື່ອນຍ້າຍເພດຍິງ ແລະ ຊາຍ.

ຈາກນັ້ນ ຄະນະປະທານຍັງໄດ້ຮ່ວມຕັດແຖບຜ້າ ແລະ ເປີດປ້າຍ ເພື່ອເປັນການເປີດນຳໃຊ້ສູນດັ່ງກ່າວຢ່າງເປັນທາງການ ແລະ ທ່ານຮອງເຈົ້າແຂວງຍັງໄດ້ມອບຂອງທີ່ລະນຶກໃຫ້ແກ່ຄະນະກະຊວງ ຮສສ ແລະ ຄະນະປະສານງານ.

About admins16