ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 10 ສິງຫາ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ປີ່ງຄຳ ລາຊະສີມາ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກ, ພະນັກງານອາວຸໂສບຳນານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນວາລະກອງປະຊຸມ ຈະໄດ້ຮັບຟັງການລາຍງານ, ຄົ້ນຄ້ວາ ແລະ ພິຈາລະນາຮັບຮອງເອົາບັນຫາສຳຄັນ ຄື: ບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນເປັນຈຸດສຸມບູລິມະສິດຂອງແຂວງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ການຈັດຕັ້ງປະຕິບັດແຜນການລົງທຶນ, ການຈັດຕັ້ງປະຕິບັດແຜນງົບປະມານ, ການຕິດຕາມ ກວດກາການດຳເນີນຄະດີຂອງອົງການສືບສວນ, ສອບສວນ ຂອງອົງການໄອຍະການປະຊາຊົນແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2022, ການລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກ, ການລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ຫາປະຈຸບັນ ແລະ ທິດທາງແຜນການໃນຕໍ່ໜ້າ.

ການຈັດຕັ້ງປະຕິບັດບັນດາຄາດໝາຍຂະແໜງສຶກສາທິການ ແລະ ກິລາ, ການປັບປຸງຄຸນນະພາບລະບົບການຮຽນ – ການສອນ ທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍຍະກຳ ຢູ່ພາຍໃນແຂວງ, ການລາຍງານຂອງຫ້ອງການບໍລິຫານເອກະສານຜ່ານປະຕູດຽວ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ມີຜົນສຳເລັດ, ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແກ້ໄຂ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ເທື່ອທີ 3 ແລະ ທິດທາງແຜນການ ຫາກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ພິຈາລະນາ, ຮັບຮອງເອົານິຕິກໍາຂອງແຂວງ ຈຳນວນ 4 ສະບັບ.

ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ຈະໄດ້ດຳເນີນ ແຕ່ວັນທີ 10 – 12 ສິງຫາ 2022 ໂດຍຈະໄດ້ອອກອາກາດຖ່າຍທອດສົດ ຜ່ານທາງສະຖານີວິທະຍຸຂອງແຂວງ ໃນລະບົບ FM 101.3 Mh ແລະ ເປີດກວ້າງການປະກອບຄຳຄິດຄຳເຫັນ, ຄໍາສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ໂດຍບໍ່ເສຍຄ່າ.

About admins14