ກອງປະຊຸມວຽກງານອົງການປົກຄອງ 7, 8, 9 ເມືອງ ໄຊຈຳພອນ

ໃນຕອນເຊົ້າ ຂອງວັນທີ 27 ກັນຍາ 2022 ຢູ່ສະໂມສອນຫ້ອງວ່າການ ເມືອງໄຊຈຳພອນ ໄດ້ຈັດກອງປະຊຸມວຽກງານອົງການປົກຄອງ ປະຈໍາເດືອນ 7,8,9 ປີ 2022 ພາຍໃຕ້ການເປັນປະທານຂອງທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈໍາພອນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າກອງບັນຊາການ ປກຊ – ປກສ ເມືອງ, ກອງຮ້ອຍ 257, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ເລຂາກຸ່ມບ້ານພາຍໃນເທດສະບານເມືອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼູບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນປະຈຳເດືອນ 7,8,9 ແລະ ທິດທາງປະຈຳເດືອນ 10 ປີ 2022 ຂອງເມືອງໄຊຈໍາພອນ ໂດຍໃຫ້ຮູ້ວ່າ: ຜ່ານມາ ເປັນໄລຍະການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະແມ່ນ ວຽກງານການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກ, ໂດຍມີພະນັກງານຂອງເມືອງລົງກໍ່ສ້າງຮາກຖານການເມືອງທັງໝົດ 16 ທ່ານ ຍິງ 1 ທ່ານ, ທົ່ວເມືອງມີຄອບຄົວພົ້ນທຸກ 1,115 ຄອບຄົວເທົ່າ 60,8%, ບໍ່ທັນພົ້ນທຸກ 719 ຄອບຄົວເທົ່າ 39,2%, ຄອບຄົວອານາຖາ 12 ຄອບຄົວເທົ່າ 0,6%, ມີຄອບຄົວ ພັດທະນາ 956 ຄອບຄົວເທົ່າ 52,13%, ມີບ້ານພຸ້ນທຸກ 4 ບ້ານ ເທົ່າກັບ 23, 53% ແລະ ບ້ານບໍ່ທັນພຸ້ນທຸກ 13 ບ້ານ ເທົ່າ 76,74%.

ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ສົ່ງເສີມການການປູກ, ການລ້ຽງ ໃນນີ້ ມີເງິນກອງທຶນ ກພບ ທັງໝົດ 300,951,000 ກີບ ປ່ອຍໃຫ້ປະຊາຊົນກູ້ຍືມ, ປັດຈຸບັນສາມາດເກັບຕົ້ນທຶນໄດ້ 269,582,000ກີບ ແລະ ຍັງຄ້າງຊໍາລະພຽງແຕ່ 31,369,000 ກີບ, ການຜະລິດປູກເຂົ້ານາປີເກັບກ່ຽວສຳເລັດ 50% ແລະ ລົງເກັບກຳຂໍ້ມູນຄອບຄົວເປົ້າໝາຍເຂົ້າຮ່ວມທີມງານໂພຊະນາການ ກ່ຽວກັບການປູກ, ການລ້ຽງແບບຄອບຄົວ ໃສ່ເນື້ອທີ່ນ້ອຍເພື່ອບໍລິໂພກຕະຫຼອດປີ ແລະ ນໍາພາປະຊາຊົນບ້ານນ້ຳສັກ ເຮັດໂຮງເຮືອນກ້ວຍຕາກແດດ ເພື່ອເປັນສິນຄ້າໄດ້ຈຳນວນ 02 ຫຼັງ, ສາມາດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ແລະ ພະຍາດຕາມລະດູການພາຍໃນເມືອງໂດຍພື້ນຖານ, ໄດ້ລົງຜັນຂະຫຍາຍການປະຕິບັດວຽກງານວາລະແຫ່ງຊາດໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງຢາເສບຕິດ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຂົ້າໃຈ ແລະ ເປັນເຈົ້າການປະຕິບັດລະບຽບ, ກົດໝາຍ, ຮັກສາຄວາມສະຫງົບ ແລະ ສະຖຽນລະພາບຂອງຊີວິດການເປັນຢູ່ຂອງປະຊາຊົນນັບມືນັບດີຂື້ນເປັນກ້າວໆ.

About admins16