ປກສ ແຂວງບໍລິຄຳໄຊ ປາຖະກະຖາວັນສ້າງຕັ້ງກຳລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດປ້ອງກັນຄວາມສະຫງົບ ຄົບຮອບ 20 ປີ

ໃນຕອນເຊົ້າວັນທີ 23 ກັນຍາ 2022 ທີ່ຫ້ອງປະຊຸມເບີ 01 ຂອງກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແຫ່ງການກຳເນີດ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງກຳລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດປ້ອງກັນຄວາມສະຫງົບ ຄົບຮອບ 20 ປີ ( 09 ສີງຫາ 2002 – 09 ສີງຫາ 2022) ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ພັອ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະກອງບັນຊາການ ປກສ ແຂວງ, ມີຫົວໜ້າຫ້ອງ, ກອງ, ຄ້າຍຄຸ່ມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 04, ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ທ່ານ ພັອ ຜາຂົງ ດອກມະນີຈັນ ໄດ້ກ່າວບາງຕອນວ່່າ: ກໍາລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດປ້ອງກັນຄວາມສະຫງົບ ແມ່ນກຳລັງວິຊາສະເພາະເສນາທິການໜື່ງ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ເຊິ່ງໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ໃນພາລະກິດປ່ຽນແປງໃໝ່ ຢູ່ພາຍໃຕ້ການຊີ້ນຳ – ນຳພາໂດຍກົງ ຂອງຄະນະພັກ – ຄະນະນຳກະຊວງ ກໍ່ຄືຄະນະພັກ – ຄະນະບັນຊາ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ.

ໃນລະໄລຍະຜ່ານມາຈົນເຖິງປະຈຸບັນ, ກຳລັງຄົ້ນຄວ້າວິທະຍາສາດ ມີມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານໄຊຊະນະຕະຫຼອດ 20 ປີຜ່ານມາ ແມ່ນໄດ້ຕິດພັນສະໜິດແໜ້ນກັບມູນເຊື້ອອັນສະຫງ່າງາມ ບົນພື້ນຖານການເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໂດຍລວມແລ້ວ, ການນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ – ເຕັກໂນໂລຊິ ເພື່ອປະກອບສວ່ນເຂົ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກຳລັງ ກໍ່ຄືວຽກງານປ້ອງກັນຄວາມສະຫງົບ ໃນໄລຍະໃໝ່ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ຕະຫລອດໄລຍະ 20 ປີຜ່ານມາກຳລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ໄດ້ສູ້ຊົນບຸກບືນ ແລະ ຜ່ານຜ່າອຸປະສັກນາໆປະການ ສາມາດຍາດໄດ້ຜົນງານ ແລະ ເຮັດສຳເລັດໜ້າທີ່ຕາມພາລະບົດບາດ ແລະ ການມອບໝາຍຂອງການຈັດຕັ້ງຂັ້ນເທິງເປັນກ້າວໆມາ.

About admins16