ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມເມືອງຄຳເກີດ

ວັນທີ 5 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງຄໍາເກີດ, ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມເມືອງ ຄັ້ງທີ III ສະໄໝທີ IX ຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ໂສພີ ພີມມະຍົດ ວ່າການເລຂາຊາວໜຸ່ມເມືອງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີບັນດາຄະນະບໍລິຫານງານຊາວໜຸ່ມ ຈາກຮາກຖານຊາວໜຸ່ມຫ້ອງການອ້ອມຂ້າງ ແລະ ຮາກຖານຊາວໜຸ່ມບ້ານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມເປິດກ້ວາງຄົບຄະນະບໍລິຫານງານຊາວໜຸ່ມເມືອງ ໃນ 1 ປີຜ່ານມາ ວ່າ ຄະນະບໍລິຫານງານຊາວຫນຸ່ມເມືອງຄໍາເກີດ ໄດ້ເອົາໃຈໃສ່ສ້າງຄົນຮຸ່ນຫນຸ່ມໃຫ້ມີຫຼັກຫມັ້ນການເມືອງ, ມີອຸດົມການຫນັກແຫນ້ນກາຍເປັນຜູ້ສືບທອດພາລະກິດຂອງພັກ-ຂອງຊາດ ແລະ ສຸມໃສ່ສຶກສາອົບຮົມຊາວຫນຸ່ມ-ເຍົາວະຊົນ ແລະ ອະນຸຊົນທັນວາ ດ້ວຍຫຼາຍຮູບການ ແລະ ສອດຄ່ອງກັບກຸ່ມເປົ້າຫມາຍ.

ເຊື່ອມຊືມມະຕິກອງປະຊຸມໃຫຍ່ຂອງຊາວໜຸ່ມທົ່ວປະເທດ, ແຂວງ ແລະເມືອງ ໂດຍ ສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງຄະນະບໍລິຫານງານຊາວຫນຸ່ມເມືອງຄໍາເກີດຢ່າງກວ້າງຂວາງ, ສຶກສາອົບຮົມຊາວຫນຸ່ມຂັ້ນຮາກຖານບ້ານ, ປຸກລະດົມຊຸກຍູ້ຊາວໜຸ່ມເຂົ້າຮ່ວມຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂະບວນການວັດທະນະທໍາ- ສັງຄົມ, ຂະບວນການເສດຖະກິດ-ສັງຄົມ, ຂະບວນການກິລາຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ.

ສຶກສາອົບຮົມເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດຫມາຍຂອງລັດ, ສ້າງຈິດສໍານຶກໃຫ້ຄົນຮຸ່ນໃຫມ່ເພື່ອສະຫນອງຂໍ້ມູນຂ່າວສານດ້ານຕ່າງໆ ເພື່ອໃຫ້ທັນກັບສະພາບການປ່ຽນແປງໃໝ່ຂອງໂລກປະຈຸບັນ.

ທ່ານ ຄຳໝັ້ນ ໄຊຍະວົງ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະບໍລິຫານງານຊາວໜຸ່ມຍາດມາໄດ້ ແລະ ກໍ່ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມຊາວໜຸ່ມ, ປັບປຸງການຈັດຕັ້ງຊາວໜຸ່ມໃຫ້ດີກ່ວາເກົ່າ, ຕັ້ງໜ້າປະຕິບັດເນື້ອໃນ 4 ບຸກຕື່ມ, ເພີ່ມທະວີຄວາມສາມັກຄີກັບຊາວໜຸ່ມພາຍໃນ ແລະ ພາຍນອກ, ອົງການພາຄີ ແລະ ເອົາໃຈໃສ່ຕັ້ງໜ້າຝຶກຝົນຫຼໍ່ຫຼອນຕົນເອງໃຫ້ໄດ້ຮັບໃຊ້ພັກ-ລັດ ແລະ ປະເທດຊາດຕໍ່ໄປ ແລະ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາຄະນະບໍລິຫານງານຊາວໜຸ່ມ ທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ.

About admin11