ສະຫຼຸບຕີລາຄາຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ

ວັນທີ 6 ສິງຫາ 2021 ຢູ່ທີ່ກຸ່ມບໍລິສັດ-ລັດພັດທະນາຊົນນະບົດໃໝ່ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບ ຕີລາຄາຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ແລະ ວາງທິດທາງແຜນການປະຈຳປີ 2021 ຂຶ້ນ ພາຍໃຕ້ການເປັນປະທານໂດຍ ສະຫາຍ ພັອ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງ-ຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາພະແນກຫ້ອງການເມືອງ, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກຮາກຖານ, ບັນດາໜ່ວຍພັກຂອງ ບໍລິສັດ-ລັດພັດທະນາຊົນນະບົດໃໝ່ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020-2021 ແລະ ທິດທາງແຜນການສົກປີ 2021-2022 ແລະ ບົດສະຫຼຸບ ການກໍ່ສ້າງ ກອງປອດໃສ, ປອດໄພ, ປອດຄະດີ ປະຈຳປີ 2020-2021 ແລະ ທິດທາງແຜນການສົກປີ 2021-2022, ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ແລະ ຄວາມເອົາໃຈໃສ່ຂອງຄະນະພັກ ທີ່ສຸມໃສ່ການສຶກສາອົບຮົມ, ຊີ້ນຳ-ນຳພາ ແລະ ຊຸກຍູ້ຢ່າງຕັ້ງໜ້າເຂົ້າໃນຂະບວນການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບ, ໂດຍອີງຕາມເນື້ອໃນການກວດກາ ແລະ ຕີລາຄາການແບ່ງປະເພດ, ສາມາດແບ່ງປະເພດຕາມເນື້ອໃນຂອງສະມາຊິກພັກ ແລະ ການຈັດຕັ້ງຮາກຖານພັກ ໄດ້ 2 ປະເພດ ຄື: ສະມາຊິກພັກປະເພດແຂງ ມີ 185 ສະຫາຍ, ສະມາ ຊິກປະເພດກາງ ມີ 18 ສະຫາຍ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 6 ໜ່ວຍພັກ.

         ສະຫາຍ ພັອ ສີສະຫວາດ ວັນເພັງ ໄດ້ຍ້ອງຍໍຕໍ່ກັບຜົນງານທີ່ບັນດາສະຫາຍຍາດມາໄດ້ ແລະ ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ແລະ ເນັ້ນໜັກໃຫ້ບັນດາຄະນະພັກແຕ່ລະຂັ້ນ ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວພະນັກງານ, ສະມາຊິກພັກ ແລະ ນັກຮົບ, ໃຫ້ເອົາໃຈໃສ່ສຶກສາຄົ້ນຄ້ວາທາງດ້ານທິດສະດີ-ມາກ-ເລນິນ, ເຊື່ອມຊືມ, ກຳແໜ້ນ ແລະ ເອກະພາບກັບແນວທາງນະໂຍບາຍຂອງພັກ-ລັດ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ເກີດດອກອອກຜົນ, ສະມາຊິກພັກທຸກສະຫາຍ ຕ້ອງມີທັດສະນະຫຼັກໝັ້ນ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ມີຄວາມສາມັກຄີ, ມີຄວາມອົດທົນຕໍ່ອຸປະສັກ, ເຮັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ສຳເລັດ ແລະ ສຸມສະຕິປັນຍາເຂົ້າໃນການຊີ້ນຳ-ນຳພາ ຂະບວນການແຂ່ງຂັນກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ດີກ່ວາເກົ່າ.

About admin11