ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມແຂວງ ຄັ້ງທີ 2 ສະໄໝທີ 6

ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ຄັ້ງທີ 2 ສະໄໝທີ 6 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ພະຈິກ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ມີເລຂາ, ຮອງເລຂາ ຈາກຊາວໜຸ່ມຮາກຖານອ້ອມຂ້າງແຂວງ ພ້ອມດ້ວຍສະມາຊິກຊາວໜຸ່ມແຂວງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ-ເຍົາວະຊົນ ໃນໄລຍະ 01 ປີຜ່ານມາ, ປະຈຸບັນ ມີຄະນະບໍລິຫານງານຊາວໜຸ່ມແຂວງ 29 ສະຫາຍ, ຍິງ 3 ສະຫາຍ ມີຄະນະຊາວໜຸ່ມເມືອງ 7 ເມືອງ, 28 ຄຊປປລ ຮາກຖານ ແລະ 19 ໜ່ວຍຮາກຖານ, ຂັ້ນເມືອງ ມີ 116 ຄຊປປລ ຮາກຖານ, 379 ໜ່ວຍຮາກຖານ.

ຜົນງານທີ່ພົ້ນເດັ່ນ ທີ່ຄະນະບໍລິຫານງານຊາວໜຸ່ມແຂວງ ຍາດມາໄດ້ ໃນ 1 ປີຜ່ານມາ ແມ່ນໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໂດຍສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິ VII ຂອງອົງຄະນະພັກແຂວງ, ມະຕິ VI ຂອງ ຄຊປປລ ແຂວງ, ຊຸກຍູ້ປຸກລະດົມສ້າງເງື່ອນໄຂໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນ ໄດ້ຮ່ຳຮຽນແນວທາງນະໂຍບາຍຂອງພັກ, ເຊື່ອມຊືມມະຕິຄຳສັ່ງ, ລະບຽບກົດໝາຍ ແລະ ນິຕິກຳຕ່າງໆ ດ້ວຍຮູບການທີ່ແທດເໝາະກັບເງື່ອນໄຂ ແລະ ຈຸດພິເສດຂອງຊາວໜຸ່ມ ໄດ້ທັງໝົດ 85 ຄັ້ງ, ອະນຸມັດຕົກລົງວ່າດ້ວຍການມອບທຸງໄຊນໍາໜ້າ 4 ບຸກ ໃຫ້ ຄຊປປລ ເມືອງ, ຄຊປປລ ຮາກຖານ, ໜ່ວຍຮາກຖານອ້ອມຂ້າງແຂວງຈໍານວນ 10 ຜືນ ແລະ ມອບໃບຢັ້ງຢືນ 4 ບຸກ ໃຫ້ ຄຊປປລ ເມືອງ, ຄຊປປລ ຮາກຖານ, ຄຊປປລ ໜ່ວຍຮາກຖານອ້ອມຂ້າງແຂວງ ໄດ້ 35 ຮາກຖານ ແລະ ສໍາເລັດການຍ້ອງຍໍ, ຊົມເຊີຍ ຈາກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທົ່ວແຂວງ ປີ 2017-2019 ຈໍານວນ 11 ພາກສ່ວນ, ໃບຍ້ອງຍໍ 2.431 ສະຫາຍ, ຍິງ 474 ສະຫາຍ ໃບຊົມເຊີຍ 340 ສະຫາຍ, ຍິງ 45 ສະຫາຍ, ຈັດກິດຈະກໍາ ຫວນຄືນຖານທີ່ໝັ້ນການປະຕິວັດ ບ້ານເກີດທ່ານ ສີສົມພອນ ລໍວັນໄຊ ທີ່ເມືອງໄຊຈໍາພອນ ມອບເຄື່ອງນຸ່ງຮົມ, ອຸປະກອນການຮຽນ-ກິລາ ແລະ ກວດເຊັກສຸຂະພາບ ແຈກຢາຍຢາໃຫ້ປະຊາຊົນ ໂດຍບໍ່ໄດ້ເສຍຄ່າ ຢູ່ບ້ານໂພນງາມ ແລະ ບ້ານສົບຂອນ, ສົມທົບທຶນສ້າງເດີ່ນບານສົ່ງເທດສະບານເມືອງ ມູນຄ່າ 32,750,000 ກີບ, ຈັດກິດຈະກໍາຖາມ-ຕອບຄວາມຮູ້ກ່ຽວກັບວິທະຍາສາດ ພາຍໃຕ້ຫົວຂໍ້: ພັກນໍາພາ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກ ປປລ, ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ແລະ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງ ຄັ້ງທີ VI ໃນນີ້ ມີໂຮງຮຽນເຂົ້າຮ່ວມແຂ່ງຂັນທັງໝົດ 5 ໂຮງຮຽນ ເພື່ອຊີງທຶນການສຶກສາຈາກ ຄຊປປລແຂວງ ມູນຄ່າ 4,550,000 ກີບ, ຈັດກິດຈະກໍາຕອບບຸນແທນຄຸນໂດຍການປຸກເຮືອນໃຫ້ຄອບຄົວທຸກຍາກ ທ້າວ ຄໍາເຊ ແລະ ນາງ ວອນ ມູນຄ່າ 76,084,000 ກີບ ແລະ ເທພື້ນໃຫ້ໂຮງຮຽນປະຖົມສົມບູນໂພນສີ ບ້ານນໍ້າງຽບ ເມືອງປາກຊັນ ມູນຄ່າ 20,900,000ກີບ, ສໍາເລັດການກໍ່ສ້າງເດີ່ນບານສົ່ງໃຫ້ໂຮງຮຽນທະຫານທ້ອງຖີ່ນແຂວງ ບໍລິຄໍາໄຊ ມູນຄ່າ 9,550,000 ກີບ, ຮ່ວມກັບອົງການກາແດງ ຈັດກິດຈະກໍາບໍລິຈາກເລືອດ ໃນໂອກາດພິທີປະກາດຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ເປັນແຂວງ 4 ບຸກ ປະຈໍາປີ 2018 ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງ ຄັ້ງທີ VI ມີຜູ້ສະໝັກໃຈບໍລິຈາກເລືອດທັງໝົດ 136 ສະຫາຍ, ຍິງ 60 ສະຫາຍ ໄດ້ເລືອດ 108 ຖົງ ແລະ ເກັບກໍາຂ່າວ-ຂຽນຂ່າວ ອ້ອມຂ້າງແຂວງໄດ້ 108 ຂ່າວ, ສົ່ງໜັງສືພິມບໍລິຄໍາໄຊ – ສູນກາງ ຊປປລ ໄດ້ 108 ຂ່າວ ແລະ ສົ່ງຂ່າວໂທລະພາບແຂວງໄດ້ 105 ຂ່າວ.

ເຍົາວະຊົນ-ອານຸຊົນ ຄະນະຊາວໜຸ່ມແຂວງກໍ່ໄດ້ພະຍາຍາມສ້າງເງື່ອນໄຂ ແລະ ກິດຈະກຳຕ່າງໆ ຕິດພັນກັບການສຶກສາອົບຮົມຄຸນສົມບັດສິນທຳປະຕິວັດໃຫ້ແກ່ເຍົາວະຊົນ-ອະນຸຊົນຕາມຄຳສອນຂອງທ່ານຜູ້ນໍາ 6 ຮັກ 3 ຊັງ, ຂໍ້ແຂ່ງຂັນ 3 ດີ, 4 ຮູ້ ແລະ ຢຶດໝັ້ນປະຕິບັດຄຳຂວັນທີ່ວ່າ  ເພື່ອພາລະກິດຂອງຊາດ ເຍົາວະຊົນກຽມພ້ອມ. ປະຈຸບັນ ມີອະນຸຊົນໃນເກນອາຍຸ 12.760 ຫຼານ, ຍິງ 5.910 ຫຼານ ເປັນສະມາຊິກອະນຸຊົນ 8.666 ຫຼານ, ຍິງ 3.920 ຫຼານ, ໄດ້ລົງຈັດຕັ້ງເຜີຍແຜ່ກົດລະບຽບເຍົາວະຊົນ, ຄໍາສອນ 6 ຮັກ 3 ຊັງ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ ໄດ້ 122 ຄັ້ງ, ຝຶກອົບຮົມວຽກງານເຍົາວະຊົນໄດ້ 6 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 73 ຄົນ, ຍິງ 24 ຄົນ.

About admins16