ໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ ດຳເນີນຊິວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ໃນລະຫວ່າງວັນທີ 21-22 ມີຖຸນາ 2022 ສະຫະພັນແມ່ຍິງແຂວງ ໄດ້ເປິດກອງປະຊຸມບັ້ນດຳເນີນຊິວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳ 6 ເດືອນຕົ້ນປີ 2022 ຂອງໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ ໂດຍພາຍໃຕ້ການເປັນເປັນປະທານຂອງສະຫາຍ ນາງ ຄຳປິວ ສີສົມບັດ ກຳມະແຂວງພັກ ເລຂາໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ, ມີສະມາຊິກພັກພາຍໃນໜ່ວຍພັກ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງຮັບຟັງການເຜີຍແຜ່, ເຊື່ອມຊືມເອກະສານ ຄຳສັ່ງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການນເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັນ, ເອກະສານຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງກົມການເມືອງສູນກາງພັກ ວ່າດ້ວຍການນເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໄດ້ທາບທາມຕີລາຄາຄຸນນະພາບໜ່ວຍພັກ ແລະ ສະມາຊິກພັກຕາມ 5 ເນື້ອໃນ, ສົ່ງຂ່າວກໍ່ສ້າງເຊີ່ງກັນ ແລະ ກັນລະຫວ່າງສະມາຊິກພັກ – ພະນັກງານໃນການນຳພາຊີ້ນຳ ແລະ ເຄື່ອນໄຫວວຽກງານວິຊາສະເພາະ ພາຍໃຕ້ການນຳພາຂອງພັກ ໄລຍະ 6 ເດືອນ ຕົ້ນປີ 2022 ພ້ອມທັງວາງທິດທາງ 6 ເດືອນທ້າຍປີ.

About admins16