ມອບທຶນກູ້ຢືມໃຫ້ຊາວໜຸ່ມຕົວແບບ ເມືອງບໍລິຄັນ

ເພື່ອເປັນການຊຸກຍູ້, ສົ່ງເສີມ ວິຊາຊີບ – ສ້າງວຽກເຮັດງານທຳ ໃຫ້ແກ່ຊາວໜຸ່ມລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍສະເພາະຊາວໜຸ່ມແຂວງບໍລິຄຳໄຊ, ໃນວັນທີ 21 ມິຖຸນາ 2022 ຢູ່ຫ້ອງການບ້ານພູຄໍາ ເມືອງບໍລິຄັນ ໄດ້ຈັດພິທີມອບ – ຮັບ ເງິນຊຸກຍູ້ສົ່ງເສີມວິຊາຊີບ – ສ້າງວຽກເຮັດງານທໍາ ໃຫ້ກັບຊາວໜຸ່ມຕົວແບບຂອງເມືອງ, ໃຫ້ກຽດມອບເງິນໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະບໍລິຫານງານຊາວໜຸ່ມເມືອງ, ອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພພຍານ.

ເງິນດັ່ງກ່າວແມ່ນບໍ່ມີດອກເບ້ຍ ຈາກໂຄງການ ” ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ ” ຈໍານວນ 10.000.000 ກີບ ແລະ ທຶນສົມທົບ ຈາກກົມພັດທະນາວິຊາຊີບສູນກາງຊາວໝຸ່ມ ຈໍານວນ 10.000.000 ກີບ ລວມເປັນທັງໝົດ 20.000.000 ກີບ ໃຫ້ສະຫາຍ ຕົ່ງຊົ່ງ ຢົງແຢ້ຊົ່ງ ສະມາຊິກຊາວໜຸ່ມ ຢູ່ບ້ານພູຄໍາ ເມືອງບໍລິຄັນ ເພື່ອນໍາໄປປະກອບກິດຈະກຳລ້ຽງງົວ, ສ່ວນໄລຍະເວລາໃນການຊໍາລະແມ່ນໄດ້ມີການເຮັດສາຍາ ແລະ ບົດບັນທຶກຮ່ວມກັນ ລະຫວ່າງຜູ້ກູ້ຢືມ ກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ການລົງມອບເງິນຄັ້ງນີ້ ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມຄອບຄົວຕົວແບບ, ຊຸກຍູ້ການສ້າງເສດຖະກິດ ແລະ ຜະລິດເປັນສິນຄ້າຂອງຄອບຄົວຊາວໜຸ່ມ ປະກອບສ່ວນຢ່າງແຂງແຮງໃນຂະບວນການລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ຄອບຄົວຊາວໜຸ່ມ, ສົ່ງເສີມວິຊາຊີບ – ສ້າງວຽກເຮັດງານທໍາຢູ່ທ້ອງຖິ່ນໃຫ້ຫຼາຍຂຶ້ນ ເພື່ອເປັນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງ ບໍລິຄໍາໄຊ ຄັ້ງທີ VI ໃຫ້ປະກົດຜົນເປັນຈິງ.

About admins14