ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ນຳວຽກຢູ່ແຂວງບໍລິຄຳໄຊ

ໃນຕອນບ່າຍຂອງວັນທີ 21 ມິຖຸນາ 2022 ຢູ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງແຂວງ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົງ ພ້ອມຄະນະ ລົງໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຂົງເຂດໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ.

ໂອກາດນີ້ ທ່ານ ວິໄຊ ພູມີ ກຳມະການພັກແຂວງ ຫົວໜ້າພະແນກ ຍທຂ ແຂວງ ໄດ້ຂຶ້ນລາຍງານການປະຕິບັດວຽກງານໃນໄລຍະຜ່ານມາ ວ່າ: ພະແນກ ຍທຂ ແຂວງບໍລິຄຳໄຊ ປະກອບມີ 8 ຂະແໜງການ 1 ກອງຄຸ້ມຄອງ ແລະ 2 ລັດວິສາຫະກິດທີ່ຂຶ້ນກັບ, ມີ 7 ຫ້ອງການ ຍທຂ ປະຈຳເມືອງ ມີພະນັກງານທັງໝົດ 151 ຄົນ ຍິງ 27.

ໃນປີ 2022 ມີໂຄງການກໍ່ສ້າງທັງໝົດ 24 ໂຄງການ ມູນຄ່າສະພາຮັບຮອງ 3.518 ຕື້ກ່ວາກີບ, ໂດຍອີງໃສ່ສະພາບຄວາມຫຍຸ້ງທາງດ້ານເສດຖະກິດຂອງປະເທດ ກໍ່ຄືທ່າແຮງການຕອບສະໜອງການສຳລະ ພະແນກ ຍທຂ ໄດ້ຄົ້ນຄ້ວາປະເມີນຜົນຄືນ ຈຶ່ງໄດ້ໂຈະຈຳນວນ 7 ໂຄງການ ສາມາດລຸດມູນຄ່າລົງຈາກ 3.518 ຕື້ ລົງມາ 2.814 ປະຍັດ 701 ຕື້ກ່ວາກີບ.

ດ້ານພົ້ນເດັ່ນ ແຂວງບໍລິຄຳໄຊ ໄດ້ມີໂຄງການກໍ່ສ້າງຂົວມິດຕະພາບລາວ – ໄທ ຂ້າມນໍ້າຂອງ ແຫ່ງທີ 5 ບໍລິຄໍາໄຊ – ບຶງການ ເຊິ່ງໂຄງການໄດ້ສຸມໃສ່ມີຄວາມຄືບໜ້າລື່ນແຜນວາງໃນສັນຍາ, ໄປຄຽງຄູ່ກັນນັ້ນ ແຂວງໄດ້ຄົ້ນຄ້ວາ ເພື່ອກຳນົດ ເຂດພັດທະນາຕິດພັນກັບສົ້ນຂົວແມ່ນໍ້າຂອງ ມີເນື້ອ ທັງໝົດ 1042 ເຮັກຕ່າ ລວມທັງເຂດພັດທະນາສາງຄ່ຽນຖ່າຍສິນຄ້າທີ່ອະນຸມັດໄປແລ້ວ, ປັບປຸງ ແລະ ສ້ອມແປງທາງຫລວງແຫ່ງຊາດ 13 ໃຕ້ ກໍ່ໄດ້ລົງມືປະຕິບັດເປັນປົກະຕິ.

ທົ່ວແຂວງມີເສັ້ນທາງທັງໝົດ 255 ເສັ້ນ, ມີລວງຍາວ 2.439 ກມ, ຈຳນວນບ້ານທຽວໄດ້ຕະຫລອດປີ 259 ບ້ານ ຂອງຈຳນວນ 284 ບ້ານ ເທົ່າ 91,5 % ແລະ ມີເສັ້ນທາງເຂົ້າຫາບ້ານທຽວໄດ້ແຕ່ລະດູແລ້ງ 24 ບ້ານ ເທົ່າກັບ 8,4 %. ປູເບຕົງ 27 ກມ, ປູອັດສະຝານ 24 ກມ, ປູຢາງ 755 ກມ, ປູແຮ່ 917 ກມ, ທາງທະລຸ ທຳມະຊາດ 714 ກມ, ແຂວງບໍລິຄໍາໄຊ ມີນໍ້າຂອງໄຫຼຜ່ານ 179 ກມ ມີການເຊາະເຈື່ອນຮ້າຍແຮງ 73 ກມ, ໄດ້ມີການປ້ອງກັນເຈື່ອນສຳເລັດແລ້ວ 21,05 ກມ ຄິດເປັນ 11,8 %, ປີ 2022 ໄດ້ມີໂຄງການກໍ່ສ້າງປ້ອງກັນເຈື່ອນ ໄດ້ສັນຍາໄປແລ້ວທັງໝົດ 7 ໂຄງການ ລວງຍາວທັງໝົດ 5,183 ແມັດ ມູນຄ່າ 145 ຕື້ກ່ວາກີບ ໃນນີ້, ກັນເຈື່ອນແມ່ນໍ້າຂອງ 5 ໂຄງການ ລວງຍາວ 4.583 ກມ, ທົ່ວແຂວງໄດ້ມີນໍ້າປະປາໃຊ້ແລ້ວ 6 ຕົວເມືອງ, ຍັງເຫຼືອ 1 ຕົວເມືອງຄື: ເມືອງໄຊຈຳພອນ (ກຳລັງກໍ່ສ້າງ, ປະຕິບັດໄດ້ 34,37%), ທົ່ວແຂວງໄດ້ຊົມໃຊ້ນໍ້າປະປາ 56 ບ້ານ ຄິດເປັນ 19,3%.

ຈາກນັ້ນ ທ່ານລັດຖະມົນຕີກະຊວງ ຍທຂ ກໍ່ໄດ້ໃຫ້ທິດຊີ້ນຳບາງວຽກງານ ເປັນຕົ້ນແມ່ນການປະຕິບັດ 2 ວາລະແຫ່ງຊາດ, ສືບຕໍ່ພັດທະນາພື້ນຖານໂຄງລ່າງ ເຊັ່ນ: ການປັບປຸງຖະໜົນຫົນທາງ, ທ່າເຮືອ ແລະ ອື່ນໆ, ຄົ້ນຄວ້າວາງແຜນຜັງເມືອງ ແລະ ຄຸ້ມຄອງການປຸກສ້າງຕາມພາລະບົດບາດ ຊຸກຍູ້ສົ່ງເສີມສັງຄົມໃຫ້ສາມາດກຸ້ມຕົນເອງໄດ້, ຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ໃຫ້ປະກົດຜົນເປັນຈິງ, ປັບປຸງແບບແຜນວິທີເຮັດວຽກ ນຳໃຊ້ເຕັກໂນໄລຊີທີ່ທັນສະໄໝເຂົ້າໃນໜ້າທີ່ວຽກງານ, ມີຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ຕໍ່ໜ້າທີ່ວຽກງານ ທັງນີ້ ກໍ່ເພື່ອຮັບປະກັນໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

About admins16