ໄຊຈຳພອນ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022

ກອງປະຊຸມ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ເມືອງໄຊຈໍາພອນ ປະຈໍາປີ 2022 ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2023 ທີ່ກອງບັນຊາການ ປກສ ເມືອງ, ເປັນປະທານໂດຍ ທ່ານ ພັນໂທ ທອງສຸກ ທິດສາທຳ ຫົວໜ້າກອງບັນຊາການ ປກສ ເມືອງ.

ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2022 ເຫັນວ່າ ວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໄດ້ສຸມໃສຈັດຕັ້ງຜັນຂະຫຍາຍຄໍາສັ່ງຕ່າງໆຈາກກອງບັນຊາການ ປກສ ແຂວງ, ຕໍ່ໍ່ກັບວຽກງານຕ້ານ ແລະ ສະກັດກັ້ນຄະດີອາຍາ ໃນ 1 ປີ ຜ່ານມາ ມີຄະດີອາຍາ ເກີດຂຶ້ນທັງໝົດ 16 ເລື່ອງ ກັກຜູ້ຖືກຫາໄດ້ 14 ຄົນ, ລັກຊັບພົນລະເມືອງ 2 ກໍລະນີ, ອາລະວາດຄອບຄົວ 9 ກໍລະນີ, ທຳຮ້າຍຮ່າງກາຍ 2 ກໍລະນີ, ຊື້ – ຂາຍ ຢາເສບຕິດ 3 ກໍລະນີ.

ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 1 ປີ ໄດ້ໂຄສະນາເຜີຍແຜ່ຜົນຮ້າຍຢາເສບຕິດ ໃຫ້ 17 ບ້ານ, ສາມາດກັກໂຕຜູ້ຖືກຫາຄ້າ – ຂາຍຢາເສບຕິດ ໄດ້ 3 ຄົນ, ຢຶດຂອງກາງຢາບ້າໄດ້ 124 ເມັດ ສົ່ງໃຫ້ ປກສ ແຂວງດຳເນີນ 1 ກໍລະນີ, ມີອຸປະຕິເຫດຕາມທ້ອງຖະໜົນເກີດຂຶ້ນທັງໝົດ 3 ຄັ້ງ, ໄດ້ຂື້ນທະບຽນສໍາມະໂນຄົວແລ້ວ 7.205 ຄອບຄົວ, ໄດ້ສືກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ-ນັກຮົບ ດ້ວຍການຈັດຕັ້ງຮໍ່າຮຽນ, ຄົ້ນຄ້ວາເຊື່ອມຊຶມມະຕິຄໍາສັ່ງ ຂອງກົມການເມືອງສູນກາງພັກ, ເອົາໃຈໃສ່ ແລະ ຖືສຳຄັນການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ.

About admins14