ສຶກສາ ແຂວງບໍລິຄໍາໄຊ ທາບທາມນິຕິກຳ ວ່າດ້ວຍການຄຸ້ມຄອງລົດຮັບ – ສົ່ງນັກຮຽນ

ໃນຕອນເຊົ້າຂອງວັນທີ 29 ເມສາ 2022 ຢູ່ຫ້ອງປະຊຸມສູນ ICT ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສຳມະນາ ລະດົມແນວຄິດເຫັນໃສ່ຮ່າງນິຕິກໍາ ວ່າດ້ວຍການຄຸ້ມຄອງລົດຮັບ – ສົ່ງນັກຮຽນ ໂດຍການເປັນປະທານຂອງທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ຂັນທອງ ພັນທະຈັກ ສະມາຊິກສະພາແຫ່ງຊາດ, ກຳມະການກໍາມາທິການວັດທະນະທໍາ-ສັງຄົມ, ມີແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ນິຕິກຳ ວ່າດ້ວຍການຄຸ້ມຄອງລົດຮັບ – ສົ່ງນັກຮຽນ ວາງອອກເພື່ອກໍານົດຫຼັກການ, ລະບຽບການ ໃນການຄຸ້ມຄອງ, ຕິດຕາມ, ກວດກາລົດຮັບ – ສົ່ງນັກຮຽນໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ເພື່ອອໍານວຍຄວາມສະດວກໃນການຄຸ້ມຄອງການບໍລິການໃຫ້ຖືກຕ້ອງ, ສອດຄ່ອງ ແນໃສ່ຜູ້ໃຊ້ບໍລິການມີຄວາມສະດວກ, ວ່ອງໄວ, ທັນເວລາ, ຮັບປະກັນຄວາມປອດໄພ ແລະ ປະຢັດຄ່າໃຊ້ຈ່າຍຂອງຜູ້ປົກຄອງ ໃຫ້ມີຄວາມເປັນເອກະພາບກັນທົ່ວແຂວງ ພ້ອມທັງເປັນການປະກອບສ່ວນໃນການພັດທະນາເສດຖະກິດ – ສັງຄົມ ກໍ່ຄືວຽກງານການສຶກສາ ແລະ ກິລາ ຂອງແຂວງບໍລິຄໍາໄຊ.

ກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຕໍ່ກັບຮ່າງນິຕິກໍາວ່າດ້ວຍການຄຸ້ມຄອງລົດຮັບ-ສົ່ງນັກຮຽນ ຈຳນວນ 11 ໝວດ ແລະ 47 ມາດຕາ.

About admins16