ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງສະມາຊິກແມ່ຍິງຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

ກອງປະຊຸມໃຫຍ່ ຄັ້ງທີ III ຂອງສະມາຊິກແມ່ຍິງຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 09 ມິຖຸນາ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ກ້ວຍ ໄຊສົງຄາມ ປະທານແມ່ຍິງຮາກຖານພະແນກ ຊສ ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ຄຳປິວ ສີສົມບັດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ສະຫາຍ ສົມສະຫງວນ ສຸວັນນະລາດ ເລຂາຄະນະພັກຮາກຖານພະແນກ ຊສ ແຂວງ, ມີຄະນະແມ່ຍິງຮາກຖານ, ສະມາຊິກແມ່ຍິງ ພາຍໃນພະແນກ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ປະຈຸບັນ ແມ່ຍິງຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີສະມາຊິກແມ່ຍິງທັງໝົດ 36 ສະຫາຍ, ຄະນະແມ່ຍິງຮາກຖານ ໄດ້ເອົາໃຈໃສ່ຊຸກຍູ້ ໃຫ້ເອື້ອຍນ້ອງແມ່ຍິງໄດ້ໄປຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຈໍານວນ 4 ສະຫາຍ, ມີມະຫາຊົນຜູ້ກ້າວໜ້າທີ່ໄດ້ຜ່ານການຮຽນ ກົດລະບຽບຂອງພັກ 03 ສະຫາຍ, ສະມາຊິກສະຫະພັນແມ່ຍິງໄດ້ຮັບການເລື່ອນຊັ້ນ – ຂັ້ນ ມີຈຳນວນ 28 ສະຫາຍ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມກົດໝາຍສະຫະພັນແມ່ຍິງ ກົດລະບຽບ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໄດ້ 5 ຄັ້ງ, ມີຜູ້ເຂົ້າຮ່ວມ 270 ເທື່ອຄົນ ກວມ 98% ຂອງຜູ້ເຂົ້າຮ່ວມທັງໝົດ, ໄດ້ເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກ – ລັດ, ລັດຖະທຳມະນູນ, ກົດໝາຍ ແຜນພັດທະນາເສດຖະກິດ – ສັງຄົມ ຈາກຄະນະພັກຂັ້ນເທິງ ຈຳນວນ 7 ຄັ້ງ, ມີສະມາຊິກແມ່ຍິງເຂົ້າຮ່ວມ 245 ເທື່ອຄົນ, ເຂົ້າຮ່ວມຟັງເຜີຍແຜ່ມູນເຊື້ອປະຫວັດສາດ, ມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ຂອງແມ່ຍິງລາວ 6 ຄັ້ງ ມີຜູ້ເຂົ້າຮ່ວມ 154 ເທື່ອຄົນ ກວມ 92%.

ປະຕິບັດນະໂຍບາຍຕໍ່ສະມາຊິກແມ່ຍິງເວລາເກີດລູກ ເວລາເຈັບເປັນ, ນອນໂຮງໜໍ ເສຍຊິວິດ ແລະ ນະໂຍບາຍອື່ນໆ ພ້ອມທັງໄປຢ້ຽມຢາມຊຸກຍູ້ເປັນຈຳນວນທັງໝົດ 5,600,000 ກີບ ແລະ ໄດ້ຫັກຈ່າຍສະຖິຕິກອງທຶນແມ່ຍິງເປັນຈຳນວນທັງໝົດ 2,122.000 ກີບ, ເອື້ອຍນ້ອງແມ່ຍິງ ໄດ້ເອົາໃຈໃສ່ພັດທະນາຕົນເອງທາງດ້ານຄວາມຮູ້ຄວາມສາມາດແລະຊອກແຫຼ່ງລາຍຮັບໃຫ້ຄອບຄົວ, ສ້າງອາຊີບເສີມໃນນອກໂມງລັດຖະການເຊັ່ນ: ປູກຝັງ, ລ້ຽງສັດ.

ຈາກຜົນງານທີ່ຍາດມາໄດ້ນັ້ນ ແມ່ຍິງຮາກຖານພະແນກ ຊສ ແຂວງ ໄດ້ຮັບໃບຢັ້ງຢືນຂໍ້ແຂ່ງຂັນຂະບວນ 3 ດີ ຈຳນວນ 2 ໃບ ແລະ ໜ່ວຍ 3 ດີ ຈຳນວນ 8 ໃບ ຂັ້ນແຂວງມອບໃຫ້ປະຈຳປີ 2019 ແລະ 2020, ໃບຢັ້ງຢືນຂໍ້ແຂ່ງຂັນ 3 ດີ ຈຳນວນ 20 ໃບ ແລະ ໃບຊົມເຊີຍ 19 ໃບ ຂັ້ນກະຊວງ ສົກປີ 2016-2020, ໃບຍ້ອງຍໍປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຈຳນວນ 4 ໃບ ຂັ້ນກະຊວງ ແລະ ຂັ້ນແຂວງຈຳນວນ 18 ໃບປະຈຳປີ2020 ແລະ ໃບຍ້ອງຍໍປະກອບສ່ວນເຂົ້າໃນຂະບວນການຂ່ຳນັບຮັບຕ້ອນກອງ ປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກແຂວງ 15 ໃບ ຂັ້ນແຂວງມອບໃຫ້ປະຈຳປີ 2021.

ກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເລກທີ 029/ສສຍລ ລົງວັນທີ 8 ກຸມພາ 2021 ວ່າດ້ວຍການຍ້ອງຍໍບຸກຄົນ, ກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ 7 ( 2016-2020 ) ຄື: ໃບຍ້ອງຍໍຂັ້ນສູນກາງສະຫະພັນແມ່ຍິງລາວ ຈຳນວນ 1 ໃບ, ໃບຍ້ອງຍໍບຸກຄົນ ຈຳນວນ 20 ໃບ ແລະ ໃບຊົມເຊີຍຈຳນວນ 19 ໃບ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະແມ່ຍິງຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ນາງ ກ້ວຍ ໄຊສົງຄາມ ເປັນປະທານແມ່ຍິງຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງບໍລິຄຳໄຊ ຊຸດທີ III, ສະຫາຍ ນາງ ເຢັນປະພາ ວິລະວົງ ເປັນຮອງປະທານ ແລະ ສະຫາຍ ນາງ ອິນຕາ ສີສຸດໂທ ເປັນຄະນະ ທັງເປັນຜູ້ກວດກາ.

About admins16