ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ຽວທ່ຽວ ຈັດກິດຈະກຳສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ

ກິດຈະກຳປູກຕົ້ນໄມ້ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາ 2022 ຢູ່ເດີ່ນສະຖານີວິທະຍຸ – ໂທລະພາບແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກ ຖວທ ແຂວງ, ມີຂະແໜງການ, ກອງວິຊາການ ແລະ ພະນັກງານພາຍໃນພະແນກ ເຂົ້າຮ່ວມ.

ຕາມການໃຫ້ສຳພາດຂອງ ທ່ານ ພູວັນ ໄຊຍະສານ ປະທານກໍາມະບານຮາກຖານພະແນກ ຖວທ ແຂວງ ໄດ້ໃຫ້ຮູ້ວ່າ: ກິດຈະກຳໃນຄັ້ງນີ້ ກໍ່ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ, ທັງເປັນການສ້າງຂະບວນການປູກຈິດສຳນຶກ ໃນການປົກປັກຮັກສາປ່າໄມ້, ຄືນຄວາມອຸດົມສົມບູນສູ່ທຳມະຊາດ, ພ້ອມນີ້ ຍັງເປັນການສ້າງກິດຈະກຳເຕົ້າໂຮມຄວາມສາມັກຄີພາຍໃນພະແນກ, ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ສ່ວນໃຫຍ່ເປັນປະເພດຕົ້ນໄມ້ກິນໝາກ ຈໍານວນເກືອບ 100 ເບ້ຍ ໃນນັ້ນມີຕົ້ນໝາກມ່ວງ, ໝາກເງາະ, ໝາກລໍາມຸດ ແລະ ອື່ນໆ.

About admins14