ກອງປະຊຸມເຜີຍແຜ່ແນະນຳ ການເຂົ້າຫາແຫຼ່ງທຶນ ແລະ ບັນດາຜະລິດຕະພັນ ຂອງທະນາຄານການຄ້າຕ່າງປະເທດລາວ

ກອງປະຊຸມເຜີຍແຜ່ແນະນໍາ ການເຂົ້າຫາແຫຼ່ງທຶນ ແລະ ບັນດາຜະລິດຕະພັນ ຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ເປັນປະທານໂດຍ ທ່ານ ຄອນປະເສີດ ຫລວງສຸວັນນະວົງ ຫົວຫນ້າສາຂາທະນາຄານການຄ້າຕ່າງປະເທດລາວມະຫາຊົນ ປະຈຳແຂວງບໍລິຄຳໄຊ, ມີບັນດາພະແນກການ, ຂະແຫນງການ, ຜູ້ຕາງໜ້າບໍລິສັດ – ວິສາຫະກິດ, ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ຄໍາແນະນໍາ ການເຂົ້າຫາແຫຼ່ງທຶນຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໃຫ້ກັບບັນດາແຂກທີເຂົ້າຮ່ວມໄດ້ຮັບຊາບ ໂດຍຈຸດປະສົງກໍ່ເພື່ອເປັນການສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ແກ່ຫົວໜ່ວຍທຸລະກິດ, ພະນັກງານລັດຖະກອນ ແລະ ປະຊາຊົນທົ່ວໄປ ທີ່ສົນໃຈໃຊ້ບໍລິການສິນເຊື່ອຂອງ ທຄຕລ ເປັນຕົ້ນແມ່ນ ຂັ້ນຕອນການສະເໜີຂໍກູ້ຢືມ, ການປະກອບເອກະສານ, ເງື່ອນໄຂໃນການສະໜອງສິນເຊື່ອ ແຕ່ລະປະເພດຂອງກຸ່ມລູກຄ້າ, ຜະລິດຕະພັນສິນເຊື່ອ ປະກອບມີ: ສິນເຊື່ອເພື່ອທຸລະກິດທົ່ວໄປ, ສິນເຊື່ອເພື່ອວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ຂອງ ທຄຕລ, ສິນເຊື່ອເພື່ອທີ່ຢູ່ອາໄສ , ໜັງສືສິນເຊື່ອເພື່ອການສົ່ງອອກ ແລະ ນໍາເຂົ້າ, ບັດເຄຣດິດສາກົນ, ໜັງສືຄໍ້າປະກັນ ແລະ ອື່ນໆ.

ສໍາລັບສິນເຊື່ອເພື່ອທີ່ຢູ່ອາໄສ ແມ່ນຈະບໍລິການໃຫ້ບຸກຄົນທົ່ວໄປ ຫຼື ພະນັກງານລັດຖະກອນ, ພະນັກງານເອກະຊົນ, ພະນັກງານລັດວິສາຫະກິດ ຫຼື ເຈົ້າຂອງທຸລະກິດ ທີ່ມີລາຍຮັບປະຈໍາ ແລະ ເປັນຄົນລາວ, ໂດຍຈະປ່ອຍໃຫ້ກູ້ຢືມເປັນສະກຸນເງິນກີບ ເຊີ່ງຈະມີ 2 ໄລຍະ ຄື: ໄລຍະ 12 ເດືອນລົງມາ ອັດຕາດອກເບ້ຍແມ່ນ 7% ຕໍ່ປີ ແລະ ໄລຍະ 12 ເດືອນຂຶ້ນໄປ, ສູງສຸດ 10 ປີ ອັດຕາດອກເບ້ຍແມ່ນ 7,25% ຕໍ່ປີ.

ພ້ອມດຽວກັນນັ້ນບັນດາແຂກທີເຂົ້າຮ່ວມກອງປະຊຸມ ຍັງໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນ ເພຶ່ອເປັນການປຶກສາຫາລືແລກປ່ຽນບົດຮຽນ ຕໍ່ກັບຂັ້ນຕ້ອນການປະສານງານ, ມາດຖານເງື່ອນໄຂ, ລະບຽບຫຼັກການ ຂອງການເຂົ້າຫາແຫຼ່ງທຶນ ຕາມກຸ່ມເປົ້າໝາຍໃນດ້ານຕ່າງໆ ເພື່ອຮັບຟັງການອະທິບາຍຊີ້ແຈ້ງຈາກພາກສ່ວນທີ່ກ່ຽວຂ້ອງ.

ຈຸດປະສົງ ເພື່ອແນ່ໃສເຮັດໃຫ້ການສະໜອງທຶນ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ໃນການພັດທະນາເສດຖະກິດ – ສັງຄົມ ໃຫ້ມີຄວາມເຂັ້ມແຂງ, ເພື່ອເປັນການສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ທັງເປັນການສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ລູກຄ້າໃນການເຂົ້າຫາແຫຼ່ງທຶນຂອງ ທຄຕລ ໃຫ້ໄດ້ຮັບເງິນທຶນທີ່ສອດຄ່ອງກັບການດໍາເນີນທຸລະກິດຂອງລູກຄ້າໃນຕໍ່ໜ້າ.

About admins14