ຊາວພຸດທະສາສະນິກະຊົນ ຮ່ວມໃຈໃສ່ບາດງານສະຫຼອງ ພັດທະສິມມາ ແລະ ເສົາອະໂສກ ວັດອານຸສອນໄຊ

ພິທີສະຫຼອງພັດທະສິມມາ (ສິມ) ແລະ ເສົາອະໂສກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ທັນວາ 2020 ຢູ່ວັດບ້ານອານຸສອນໄຊ ເມືອງປາກຊັນ, ເປັນກຽດເຂົ້າຮ່ວມພິທີຄັ້ງນີ້ ນຳໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ພະອາຈານ ຄໍາປັນ ອິນທະວົງ ເຈົ້າຄະນະອົງການພຸດທະສາສະໜາສໍາພັນລາວ ແຂວງບໍລິຄຳໄຊ, ມີບັນດາການນຳພັກ-ລັດ, ພະນັກງານການນຳອາວຸໂສບຳນານ, ເຖົ້າແກ່ແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະ ຊາວພຸດທະສາສະນິກະຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ບັນຍາກາດໃສ່ບາດງານສະຫຼອງພັດທະສິມມາ (ສິມ) ແລະ ເສົາອະໂສກ ແມ່ນມີຄວາມຟົດຟື້ນຫຼາຍ ມີພໍ່ແມ່ປະຊາຊົນຢ່າງຫຼວງຫຼາຍທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ພ້ອມໃຈກັນຕື່ນຕັ່ງແຕ່ເຊົ້າເພື່ອກະກຽມເຄື່ອງໃສ່ບາດ, ນຸ່ງເຄື່ອງຕາມຮີດຄອງປະເພນີ ເພື່ອເດີນທາງມາເຂົ້າຮ່ວມ. ພິທີທາງສາສະໜາ ໄດ້ເລີ່ມດ້ວຍການໄຫ້ວພຣະຮັບສິນ, ຖວາຍເຄື່ອງກອງ, ຜ້າໄກ ແລະ ວັດທຸທານຕ່າງໆ, ຫຼັງຈາກນັ້ນ ຊາວພຸດທະສາສະນິກະຊົນ ໄດ້ຮ່ວມກັນໃສ່ບາດ, ຟັງເທດສະໜາ, ຢາດນໍ້າ ແລະ ຄາລະວະຮັບພອນ.

ພັດທະສີມາ ຫຼື ສິມ ມາຈາກຄຳວ່າ “ສີມາ” ຊຶ່ງເປັນພາສາບາລີ ໝາຍເຖິງ ເຂດແດນທີ່ພຣະສົງກໍານົດໄວ້ເປັນບ່ອນປະຊຸມຂອງພຣະສົງ , ພຣະທໍາປິດົກ, ໝາຍເຖິງເຂດກຳນົດຄວາມພ້ອມພຽງຂອງພຣະສົງ, ເຂດທີ່ພຣະສົງ ຕົກລົງໄວ້ ສຳລັບພິກຂຸທັງຫຼາຍ ທີ່ຢູ່ພາຍໃນເຂດນັ້ນຈະຕ້ອງທຳສັງຄະກັມຮ່ວມກັນ.

About admins14