ຊາວແຂວງບໍລິຄຳໄຊ ຮ່ວມກັນສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ດ້ວຍຄວາມເບີກບານມ່ວນຊື່ນ

ງານລາຕີສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ຂອງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຄ່ຳຄືນຂອງວັນທີ 31 ທັນວາ 2022 ຢູ່ສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ຂັ້ນເມືອງ ພະແນກການ, ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ຕະຫຼອດຮອດພະນັກງານທະຫານ-ຕຳຫຼວດ ພໍ່ຄ້າຊາວຂາຍ, ນັກທຸລະກິດ, ຜູ້ປະກອບການ ແລະ ບໍລິສັດຕ່າງໆພາຍໃນແຂວງ ເຂົ້າຮ່ວມຢ່າງຟົດຟື້ນ.

ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງ ປະທານຈັດງານ ໄດ້ກ່າວຈຸດປະສົງໃນການຈັດງານຄັ້ງນີ້ ກໍ່ເພື່ອເປັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ພ້ອມດຽວກັນ ຍັງເປັນການຫາລາຍໄດ້ເຂົ້າກອງທຶນ ເພື່ອນຳໄປຊ່ວຍເຫຼືອສັງຄົມໃນຕໍ່ໜ້າ, ນອກນັ້ນ ຍັງເປັນການພົບປະສ້າງສັນຄວາມສາມັກຄີເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາການນຳພັກ-ລັດ ບໍລິສັດວິສະຫະກິດ ກໍ່ຄືຜູ້ປະກອບການທາງດ້ານທຸລະກິດ ໃຫ້ແໜ້ນແຟ້ນຂື້ນກວ່າເກົ່າ.

ພາຍໃນງານ ໄດ້ຮັບຊົມການສະແດງສິລະປະ ຈາກສູນວັດທະນະທຳເດັກແຂວງບໍລິຄຳໄຊ ແລະ ການຮ້ອງເພງຮວມໝູ່ ຈາກກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ, ຫຼັງຈາກນັ້ນ ກໍ່ໄດ້ມີການປະກວດລຳວົງລາວຈັງຫວະເຊີນຊວນ ໂດຍມີຜູ້ເຂົ້າຮ່ວມປະກວດທີ່ມາຈາກພະແນກການຫ້ອງການ, ບໍລິສັດ, ລັດວິສາຫະກິດ ພາຍໃນແຂວງບໍລິຄຳໄຊ ຈຳນວນ 39 ຄູ່.

ບັນຍາກາດການແຂ່ງຂັນ ແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແຕ່ລະຄູ່ຕ່າງກໍ່ໂຊລວດລາຍການຟ້ອນຢ່າງສວຍງາມ, ຕັ້ງໃຈສະແດງຄວາມເປັນເອກະລັກຂອງຄົນລາວ ຜ່ານການແຕ່ງກາຍ ແລະ ຈັງຫວະການຟ້ອນລຳວົງ, ຜ່ານການປະກວດ ອັນດັບທີ 1 ໄດ້ແກ່ຄູ່ຟ້ອນ ຈາກໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ອັນດັບທີ 2 ຄູ່ຟ້ອນ ຈາກພະແນກການເງິນແຂວງ ແລະ ອັນດັບທີ 3 ຄູ່ຟ້ອນ ຈາກພະແນກແຜນການ ແລະ ການລົງທຶນແຂວງ, ສໍາລັບລາງວັນຂວັນໃຈມະຫາຊົນ ຕົກເປັນຂອງຄູ່ຟ້ອນຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງ.

ພາຍໃນງານ ຍັງໄດ້ມີການຈັດການປະມຸນເຫຼົ້າຂອງການນໍາຂອງແຂວງ, ເຊິ່ງເຫຼົ້າຂອງທ່ານ ຄໍາແຫວນ ປັນຍານຸງວົງ ຮອງເຈົ້າແຂວງບໍລິຄຳໄຊ ຖືກປະມູນໂດຍບໍລິສັດບີເອັມ(BM)+ແອ໋ກ ໃນມູນຄ່າ 60.000.000 ກີບ, ເຫຼົ້າຂອງທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ຖືກປະມູນໂດຍ ບໍລິສັດ ທ້າຍຊານມິງຈິງ ມາຍນິ້ງ ຈໍາກັດ ມູນຄ່າ 70.000.000 ກີບ, ເຫຼົ້າຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ຖືກປະມູນໂດຍບໍລິສັດ ກ໋ອກຮຸງເຈື່ອງ ໃນມູນຄ່າ 60.000.000 ກີບ, ເຫຼົ້າຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ຖືກປະມູນໂດຍ ສະພາອຸດສາຫະກໍາ ແລະ ການຄ້າແຂວງ ໃນມູນຄ່າ 85.000.000 ກີບ, ເຫຼົ້າຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ຖືກປະມຸນໂດຍບໍລິສັດ ທ້າຍຊານມິງຈິງ ມາຍນິ້ງ ຈໍາກັດ ມູນຄ່າ 266.000.000 ກີບ.

ພໍໃກ້ຈະຮອດເວລາ 24 ໂມງ 00 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ກໍ່ໄດ້ເປັນກຽດຂື້ນກ່າວອ່ວຍພອນປີໃໝ່ ເຖິງບັນດາທ່ານບັນດາການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃຈແຂວງບໍລິຄຳໄຊ ໃຫ້ມີຄວາມສຸກຮັ່ງມີ, ສຸຂະພາບແຂງແຮງຫ້າວຫັນຕໍ່ໜ້າທີ່ວຽກງານ ພ້ອມກັນນຳພາແຂວງບໍລິຄຳໄຊກ້າວຢ່າງບໍ່ຢຸດຢັ້ງ.

ຫຼັງຈາກນັ້ນບັນດາແຂກການນຳພັກ-ລັດ ທີ່ເຂົ້າຮ່ວມພາຍໃນງານກໍ່ໄດ້ພ້ອມກັນເລີ່ມນັບຖ່ອຍຫຼັງສົ່ງທ້າຍປີເກົ່າ ຄສ 2022 ແລະ ຈຸດດອກໄມ້ໄຟ່ສະເຫຼີມສະຫຼອງຕ້ອນຮັບປີໃໝ່ ຄສ 2023 ແລະ ພ້ອມກັນມ່ວນຊື່ນຟ້ອນລຳວົງສາມັກຄີດ້ວຍຄວາມເບີກບານມ່ວນຊື່ນ.

About admins14