ປາກກະດິງສອບເສັງຄັດເລືອກນັກຮຽນເກັ່ງສາຍສາມັນ

ພິທີສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນປໍ 5, ມໍ 4 ແລະ ມໍ 7 ແລະ ຖາມ-ຕອບ ວິທະຍາສາດ ນັກຮຽນສາຍສາມັນທົ່ວເມືອງປາກກະດິງ ປະຈຳສົກຮຽນ 2022 – 2023 ໄດ້ຈັດໃນວັນທີ 27 ທັນວາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດ ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ມີຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນ້ອງນັກຮຽນເກັ່ງ ທີ່ເປັນຕົວແທນຂອງແຕ່ລະໂຮງຮຽນພາຍໃນເມືອງ ເຂົ້າຮ່ວມ.

ການສອບເສັງຄັດເລືອກເອົານັກຮຽນເກັ່ງ ແລະ ຖາມ-ຕອບ ວິທະຍາສາດ ນັກຮຽນສາຍສາມັນທົ່ວເມືອງປາກກະດິງຄັ້ງນີ້ ປໍ5 ມີນັກສອບ 99 ນ້ອງ, ມໍ4 ມີ 32 ນ້ອງ ແລະ ມໍ7 ມີ 16 ນ້ອງ, ຖາມ-ຕອບ ຄຳຖາມວິທະຍາສາດ ຊັ້ນປະຖົມມີ 6 ກຸ່ມໂຮງຮຽນລັດ ແລະ 3 ໂຮງຮຽນເອກະຊົນ, ຊັ້ນມັດທະຍົມ ມີ 8 ໂຮງຮຽນ ເຂົ້້າຮ່ວມແຂ່ງຂັນ.

ຜົນການສອບເສັງຄັດເລືອກ ຊັ້ນປໍ 5 ວິຊາຄະນິດສາດ ໄດ້ແກ່ນາງ ລັດດາພອນ ຍົດຕິທໍາ ປະຖົມສົມບູນໂພນງານ, ນາງ ຝໍລ່າ ບຸດຈັນທະລາດ ປະຖົມສົມບູນປາກກະດິງເໜືອ ແລະ ທ້າວ ຕົວຊົ່ງ ໄຊຄືເຍຍຕົວ ປະຖົມສົມບູນນ້ຳຄູ້, ວິຊາພາສາລາວ ນາງ ຈັນທະວີສຸກ ໄຊຍະວົງ ປະຖົມສົມບູນດອນໄຊ, ນາງ ແລບ ໄຊປັນຍາ ປະຖົມສົມບູນນາບອນ ແລະ ນາງໝີ ລໍວັນໄຊ ປະຖົມສົມບູນໂພນສີ ແລະ ວິຊາໂລກອ້ອມຕົວ ນາງ ປາລິຊາດ ແກ້ວມີໄຊ ປະຖົມສົມບູນຈຳປາທອງ, ນາງ ສຸພັດຕາ ຫຼວງມີໄຊ ປະຖົມສົມບູນໂພນງາມ ແລະ ນາງ ຈັນນະພາ ແກ້ວຄຳພັນ ປະຖົມສົມບູນແສງມະນີ (ເອກະຊົນ).

ຊັ້ນມໍ 4 ວິຊາຄະນິດສາດ ໄດ້ແກ່ ທ້າວ ລໍ່ເຮີ່ ຢ່າຊົ່ງເກຍຈົວຕູ້ ມໍຕົ້ນທົ່ງນາມີ, ວິຊາພາສາລາວ ນາງ ນ້ຳທິນ ພົມມະຈັນ ມສ ວຽງຄຳ, ວິຊາຟີຊິກສາດ ນາງ ຊີວະຊົ່ງ ມໍຕົ້ນທົ່ງນາມີ ແລະ ວິຊາເຄມີສາດ ນາງ ປຸປີ່ ແສນຄໍາ ມສ ປາກກະດິງ.

ຊັ້ນ ມ7 ວິຊາຄະນິດສາດ ໄດ້ແກ່ ນາງນ້ຳເຜີ້ງ ຈັນລະມະນີ ມສ ປາກກະດິງ, ວິຊາພາສາລາວ ນາງ ສີວຽງໄຊ ອະໄພໂສ ມສ ວຽງຄຳ , ວິຊາຟີຊິກສາດ ນາງ ແລ່ມ ເພັດພົມສີ ມສ ປາກກະດິງ ແລະ ວິຊາເຄມີສາດ ນາງ ປຸປີ່ ແສນຄຳ ມສ ປາກກະດິງ, ເຊີ່ງແຕ່ລະນ້ອງ ໄດ້ເປັນຕົວແທນຂອງນັກຮຽນສຶກສາສາຍສາມັນ ຂັ້ນເມືອງປາກກະດິງ ໄປສອບເສັງຢູ່ຂັ້ນແຂວງ ທີ່ຈະຈັດຂຶ້ນໃນຕົ້ນປີ 2023.

ສຳລັບຜົນຂອງການ ຖາມ-ຕອບ ຄຳຖາມວິທະຍາສາດ ຊັ້ນປະຖົມ ອັນດັບ 1 ໄດ້ແກ່ ກຸ່ມປະຖົມນາເຄືອ, ອັນດັບ 2 ກຸ່ມປະຖົມໂພນສີ ແລະ ອັບດັບ 3 ກຸ່ມປະຖົມປາກກະດິງ. ຊັ້ນມັດທະຍົມ ອັນດັບ 1 ໄດ້ແກ່ ມສ ປາກກະດິງ, ອັນດັບ 2 ມສ ວຽງຄຳ ແລະ ອັບດັບທີ່ 3 ໄດ້ແກ່ ມໍຕົ້ນນ້ຳທອນ. ເຊີ່ງໄດ້ມີພິທີມອບຂອງຂັວນລາງວັນ ແລະ ໃບຍ້ອງຍໍເພື່ອເປັນກຳລັງໃຈໃຫ້ແກ່ນ້ອງນັກເກັ່ງ.

About admins14