ກຳມະບານແຂວງ ປຶກສາຫາລື 3 ວຽກງານສຳຄັນ

ກອງປະຊຸມປຶກສາຫາລືວຽກງານສະຫະພັນກຳມະບານແຂວງ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍທ່ານ ດຳລົງ ທັບລາດ ປະທານສະຫະພັນກຳມະບານແຂວງ, ມີບັນດາຄະນະບໍຫານງານກຳມະບານແຂວງ, ປະທານກຳມະບານຮາກຖານອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ກໍ່ເພື່ອປຶກສາຫາລືໃນການຈັດກິດຈະກຳບໍລິຈາກເລືອດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 ປີ, ກິດຈະກຳມອບເຄື່ອງຊ່ວຍເຫຼືອປະຊາຊົນ, ກຳມະກອນ ແລະ ຊາວຜູ້ອອກແຮງງານ, ນັກຮຽນຢູ່ເມືອງວຽງທອງ ແລະ ເມືອງໄຊຈຳພອນ ແລະ ປຶກສາຫາລືກ່ຽວກັບການທາບທາມຮ່າງລະບຽບກອງທຶນຂອງກອງທຶນທະນຸເຄາະ ສະຫະພັນກຳມະບານແຂວງບໍລິຄຳໄຊ.

ຜູ້ເຂົ້າຮ່ວມ ໄດ້ປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕໍ່ວຽກງານດັ່ງກ່າວ ປັນຕົ້ນແມ່ນ ແຜນການຈັດຕັ້ງປະຕິບັດໃນແຕ່ລະວຽກງານ ຂອງແຕ່ລະຮາກຖານ, ການປຸກລະດົມຜູ້ສະໝັກໃຈບໍລິຈາກເລືອດ ແລະ ເຄື່ອງຊ່ວຍເຫຼືອ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ, ຂອງແຕ່ລະຮາກຖານທ້ອງຖິ່ນ, ການປະຕິບັດກົດລະບຽບ, ພ້ອມກັນນັ້ນ ຍັງໄດ້ສຸມໃສ່ຄົ້ນຄວ້າພິຈາລະນາ ຕໍ່ກັບຮ່າງລະບຽບຂອງກອງທຶນທະນຸເຄາະ ໂດຍສະເພາະແມ່ນປັບປຸງບັນດານະໂຍບາຍ ໃຫ້ສອດຄ່ອງເໝາະສົມ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ໃນຕໍ່ໜ້າ.

About admins14