ຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ທີ່ເມືອງທ່າພະບາດ

ໃນຕອນເຊົ້າຂອງວັນທີ 18 ມີນາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດພິທີເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຄັ້ງທີ 2 ສະ ໄໝທີ VI, ໂດຍການເປັນປະທານ ແລະ ເຜີຍແຜ່ໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ.

ໃນພິທີ ທ່ານປະທານ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ຮັບຮອງເອົາຄາດໝາຍສູ້ຊົນ, ທິດທາງແຜນການພັດທະນາຊາວໜຸ່ມ-ເຍົາວະຊົນແຕ່ປີ 2021-2025 ເຊິ່ງປະກອບມີ 11 ເນື້ອໃນທີ່ສໍາຄັນ, ກອງປະຊຸມໄດ້ຮັບຮອງເອົາບຸກຄະລາກອນ ຈໍານວນ 63 ສະຫາຍ, ຍິງ 7 ສະຫາຍ ແລະ ເປັນກຽດ ຮັບຟັງການໂອ້ລົມໃຫ້ທິດເຍືອງທາງຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ເຊິ່ງທ່ານ ໄດ້ເນັ້ນໜັກ ໃຫ້ຄະນະຊາວໜຸ່ມແຕ່ສູນກາງຮອດທ້ອງຖິ່ນ ຈົ່ງປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ, ສຶກສາອົບຮົມສະມາຊິກຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ເປັນເຈົ້າການເຕົ້າ ໂຮມຄວາມສາມັກຄີ, ແຂ່ງຂັນກັນສ້າງຂະບວນການໃຫ້ຟົດຟື້ນຕໍ່ເນື່ອງ.

ທ່ານປະທານ ໄດ້ສືບຕໍ່ເຜີຍແຜ່ມະຕິກອງປະຊຸມ ຄົບຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄໍາໄຊ ຄັ້ງທີ 2 ສະໄໝ ທີ VI ເຊິ່ງແຕ່ປີ 2020-2021 ບັນດາສະຫາຍຄະນະຮາກຖານ, ໜ່ວຍຮາກຖານ ຕະຫຼອດຮອດສະມາຊິກຊາວໜຸ່ມຈົ່ງນໍາເອົາ 6 ໜ້າວຽກທີ່ສໍາຄັນໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ ພ້ອມກັນນັ້ນຍັງເນັ້ນໜັກໃຫ້ຄະນະຊາວໜຸ່ມເມືອງ, ຊາວໜຸ່ມຮາກຖານ, ໜ່ວຍຮາກຖານ ຈົ່ງນຳເອົາເນື້ອໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຊື່ອມຊຶມໃຫ້ແກ່ສະມາຂອງຕົນໄດ້ຮັບຮູ້.

ຈາກນັ້ນ ສະຫາຍ ນາງ ນິດຕາ ເພັງສະຫວັດ, ຫົວໜ້າຂະແໜງກວດກາ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຂຶ້ນຜ່ານເອກະສານແນະນໍາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ,  ແນະນຳຂັ້ນຕອນ, ກວດກາປະເມີນຜົນ ພ້ອມທັງແນະນຳການປະກອບບັນດາເອກະສານທີ່ກ່ຽວຂ້ອງ ສະເໜີຂໍການຢັ້ງຢືນ 4 ບຸກ ໃຫ້ຄະນະຊາວໜຸ່ມເມືອງ, ຮາກຖານ, ໜ່ວຍຮາກຖານ ນໍາໄປຈັດຕັ້ງປະຕິບັດ ເພື່ອຄວາມເປັນເອກະພາບ ແລະ ທັນເວລາທີ່ກຳນົດ.

 

About admin11