ສູນກາງຊາວໜຸ່ມ ລົງຊຸກຍູ້ ຄະນະຊາວໜຸ່ມແຂວງບໍລິຄໍາໄຊ

ໃນວັນທີ 12 ມີນາ 2021 ຢູ່ຫ້ອງປະຊຸມ ຄະນະບໍລິຫານງານຊາວໜຸ່ມແຂວງ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ພ້ອມຄະນະ ໄດ້ຕ້ອນຮັບ ສະຫາຍ ຢາງປາວ ປ່າເຢ້ວື່ ຮອງຫົວໜ້າກົມພົວພັນ-ຮ່ວມມືກັບຕ່າງປະເທດ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມຄະນະ ທີ່ລົງຊຸກຍູ້ວຽກງານ ການຮຽນ-ການສອນພາສາອັງກິດ ທີ່ສູນພັດທະນາຊາວໜຸ່ມ-ເຍົາວະຊົນ ແຂວງບໍລິຄໍາໄຊ.

ໂອກາດນີ້ ສະຫາຍຮອງເລຂາ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການພົວພັນຮ່ວມມືກັບຕ່າງປະເທດ ເປັນຕົ້ນແມ່ນການພົບປະແລກປ່ຽນບົດຮຽນ, ການທັດສະນະສຶກສາ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກັບຊາວໜຸ່ມ ສສ ຫວຽດນາມ, ກິດຈະກໍາການຮຽນ-ການສອນພາສາອັງກິດ ໂດຍຊາວໜຸ່ມອາສາສະໝັກເຢຍລະມັນ ແລະ ອື່ນໆ.

ການລົງຢ້ຽມຢາມຄັ້ງນີ້ ທິມງານຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ມອບເງິນຈໍານວນ 4.000.000 ກີບ ໃຫ້ຄະນະຊາວໜຸ່ມແຂວງບໍລິຄໍາໄຊ ເພື່ອເປັນທຶນສົມທົບເຂົ້າໃນການເຄື່ອນໄຫວກິດຈະກໍາການຮຽນ-ການສອນພາສາອັງກິດ ໃຫ້ເປັນຂະບວນການຢ່າງຟົດຟື້ນ ແລະ ຕໍ່ເນື່ອງ.

ທັງນີ້ ກໍ່ເພື່ອເປັນການສ້າງຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກັບຄະນະຊາວໜຸ່ມແຂວງບໍລິຄໍາໄຊ ໃຫ້ນັບມື້ໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.

About admins14