ຝຶກອົບຮົມ ເຕັກນິກການປູກຜັກອິນຊີ ໃຫ້ແກ່ກຸ່ມປູກຜັກບ້ານນາຫາດ

 

ໃນຕອນເຊົ້າຂອງວັນທີ 12 ກຸມພາ 2021, ທີ່ຫ້ອງການບ້ານນາຫາດ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປິດບັ້ນຝຶກອົບຮົມເຕັກນິກ ແລະ ຂັ້ນຕອນການປູກຜັກອິນຊີ ໃຫ້ແກ່ກຸ່ມປູກຜັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມພົນເພັງ ລາດສະສົມບັດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ມີຄູຝຶກມາຈາກສະຫະກອນອິນຊີແຂວງຊຽງຂວາງ, ການຈັດຕັ້ງບ້ານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ທ່ານ ຫອມແພງ ພະນັກງານຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຂຶ້ນຜ່ານບົດລາຍງານໃນການຝຶກອົບຮົມທ່ານກ່າວວ່າ: ໃນໄລຍະການຝຶກອົບຮົມ ແມ່ນໃຊ້ເວລາຢູ່ 5 ວັນ ມີຜູ້ເຂົ້າຮ່ວມທັງໝົດ 31 ຄົນ ໂດຍໄດ້ປະຕິບັດຢູ່ 2 ພາກ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ.

ຫົວຂໍ້ທີ່ນໍາມາຝຶກໃນພາກປະຕິບັດຕົວຈິງ ມີ: ມາດຕະຖານກະສິກໍາອິນຊີ, ການຜະລິດນໍາສະກັດຊີວະພາບ, ການຜະລິດສະໝູນໄພໄລ່ແມງໄມ້, ການຜະລິດຝຸ່ນບົ່ມຊີຫວະພາບ, ເຕັກນິກການປູກຜັກລະດູແລ້ງ ແລະ ລະດູຝົນ.

ການຜະລິດນໍ້າສະກັດມີ 3 ສູດ ຄື: ສູດເລັ່ງການຈະເລີນເຕີບໂຕຂອງພືດ, ສູດໃຫ້ໝາກ ແລະ ສູດເພີ່ມຜົນຜະລິດ, ການຜະລິດສະໝຸນໄພໄລ່ແມງໄມ້ທຸກຊະນິດ ແລະ ການຜະລິດຝຸ່ນບົ່ມຊີວະພາບ.

ຜ່ານການຝຶກອົບຮົມເປັນເວລາ 5 ວັນ ເຫັນໄດ້ວ່າ ນັກສໍາມະນາກອນ ມີຄວາມເຂົ້າໃຈໄດ້ເຖິງ 85-90%.

ຈາກນັ້ນ ທ່ານ ສົມພົນເພັງ ລາດສະສົມບັດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າ ໄມ້ເມືອງ ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ແກ່ນັກສໍາມະນາກອນ ແລະ ທ່ານໄດ້ກ່າວຕື່ມອີກວ່າ: ໃຫ້ນັກສໍາມະນາກອນທຸກຄົນ ຈົ່ງນໍາເອົາບົດຮຽນທີ່ມາຝຶກໃນຄັ້ງນີ້ ນຳໄປຈັດຕັ້ງປະຕິບັດໃນຕົວຈິງ ໝູນໃຊ້ເຂົ້າໃນຊີວິດປະຈໍາວັນ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.

About admin11