ກອງປະຊຸມ ສະຫລຸບວຽກງານການບໍລິການການປິ່ນປົວ ປີ 2020 ຂອງໂຮງໝໍຊຸມຊົນ ເມືອງຄຳເກີດ

ໃນຕອນເຊົ້າຂອງວັນທີ 1 ກຸມພາ 2021 ທີ່ຫ້ອງປະຊຸມໂຮງຫມໍຊຸມຊົນເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫລຸບວຽກງານການບໍລິການການປິ່ນປົວ ປີ 2020 ແລະ ທິດທາງແຜນການ 2021 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ດຣ ອ່ອນສີ ສີຈັນທະວົງ ຜູ້ອຳນວຍການໂຮງໝໍ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ ອຳພອນ ພົມມະສານ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຫົວຫນ້າຫນ່ວຍງານ ຮອງຫນ່ວຍງານ ພ້ອມດ້ວຍແພດໝໍ ເຂົ້າຮ່ວມ.

ທ່ານ ດຣ ອ່ອນສີ ສີຈັນທະວົງ ຜູ້ອຳນວຍການໂຮງໝໍຊຸມຊົນເມືອງຄຳເກີດ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາວຽກງານການບໍລິການການປິ່ນປົວໃນໄລຍະ 1 ປີຜ່ານມາ ທ່ານໃຫ້ຮູ້ວ່າ: ໃນໄລຍະຜ່ານມາໂ ຮງໝໍຊຸມຊົນເມືອງຄໍາເກີດ ແມ່ນມີການກໍານົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານເພື່ອຮັບປະກັນເປັນບ່ອນອີງໃຫ້ພະນັກງານ, ທ່ານໝໍ ແລະ ພະຍາບານ ໄດ້ເຄື່ອນໄຫວວຽກງານຕາມສິດ, ໜ້າທີ່ ພາລະບົດບາດຂອງໃຜລາວ ແລະ ຊຸມຊົນ, ປະຊາຊົນບັນດາເຜົ່າ ໄດ້ຮັບການບໍລິການປິ່ນປົວຢ່າງທົ່ວເຖິງ ແລະ ມີຄຸນນະພາບ ເລັ່ງໃສ່ການພັດທະນາການປິ່ນປົວໃຫ້ນັບມື້ມີຄຸນນະພາບ ແລະ ທັນສະໄໝ.

ພ້ອມນັ້ນ ທ່ານ ນ. ມາໄລສີ ສົມບັດມູນວົງ ຫົວໜ້າໜ່ວຍງານບໍລິຫານ ໂຮງໝໍຊຸມຊົນເມືອງຄຳເກີດ ໃຫ້ຮູ້ຕື່ມອີກວ່າ: ໃນ 1 ປີຜ່ານມາປີ 2020 ມີຄົນເຈັບກວດເຂດນອກທັງໝົດ 29.553 ເທື່ອຄົນ, ຄົນເຈັບນອນໂຮງໝໍ 6.752 ເທື່ອຄົນ, ຈໍານວນວັນນອນໂຮງໝໍ 10.958 ເທື່ອຄົນ, ສະເລ່ຍວັນນອນໂຮງໝໍ 1,62 ວັນ, ອັດຕານໍາໃຊ້ຕຽງ 100%, ຜ່າຕັດກາງ 353 ຄົນ, ຜ່າຕັດໃຫຍ່ 198 ຄົນ, ຜ່າຕັດນ້ອຍ 606 ຄົນ, ຜ່າຕັດເອົາລູກອອກ 106 ຄົນ, ເກີດລູກ 1.440 ຄົນ ແລະ ສົ່ງຄົນເຈັບໄປໂຮງໝໍອື່ນ 561 ຄົນ, ເສຍຊີວິດ 28 ຄົນ, ຜ່າຕັດເຮັດໝັນຍິງ 60 ຄົນ, ກວດວັນນະໂລກ 262 ເທື່ອຄົນ, ກວດປິ່ນປົວແຂ້ວ 1.716 ເທື່ອຄົນ, ກວດສຸຂະພາບຈິດ 372 ເທື່ອຄົນ, ສັກຢາກັນວໍ້ 542 ເທື່ອຄົນ, ອີຊີຈີ່ 168 ເທື່ອຄົນ, ເອໂກ່ 1.244 ເທື່ອຄົນ, ເອັກສະເລ 1.203 ເທື່ອຄົນ, ກວດວິເຄາະ 6.881 ເທື່ອຄົນ, ກວດພະຍາດຍິງ 435 ເທື່ອຄົນ ແລະ ກວດທ້ອງແມ່ມານ 3.495 ແລະ 10 ພະຍາດທີ່ພົບເຫັນຫຼາຍກວ່າໝູ່ຢູ່ໂຮງໝໍຊຸມຊົນເມືອງຄໍາເກີດໃນ 1 ປີຜ່ານມາ ມີ: ຄົນເຈັບກວດເຂດນອກມີ: ຮູຄໍອາມິດ່ານອັກເສບ 5.629 ເທື່ອຄົນ, ປະສາດແຕ່ບໍ່ແມ່ນໂລກຈິດ 3.781 ເທື່ອຄົນ, ພະຍາດລະບົບລະລາຍ 2.118 ເທື່ອຄົນ, ພະຍາດແຂ້ວ 1.758 ເທື່ອຄົນ, ຄວາມດັນເລືອດສູງ 1.319 ເທື່ອຄົນ, ພະຍາດລະບົບຖ່າຍເທ 883 ເທື່ອຄົນ, ພະຍາດຕາ 813 ເທື່ອຄົນ, ປອດອັກເສບ 615 ເທື່ອຄົນ, ເບົາຫວານ 568 ເທື່ອຄົນ ແລະ ຫູອັກເສບ 468 ເທື່ອຄົນ; ຄົນເຈັບນອນໂຮງໝໍມີ: ພະຍາດລະບົບລະລາຍ 663 ເທື່ອຄົນ, ຮູຄໍອາມິດ່ານອັກເສບ 371 ເທື່ອຄົນ, ປອດອັກເສບ 351 ເທື່ອຄົນ, ຖອກ ທ້ອງ 272 ເທື່ອຄົນ, ພະຍາດຕິດຕໍ່ 250 ເທື່ອຄົນ, ຖອກທ້ອງຂາດນໍ້າຮ້າຍແຮງ 216 ເທື່ອຄົນ, ຄວາມດັນເລືອດສູງ 174 ເທື່ອຄົນ, ເລືອດຈາງ 160 ເທື່ອຄົນ, ພະຍາດລະບົບຖ່າຍເທ 139 ເທື່ອຄົນ ແລະ ອັກເສບປອດຮຸນແຮງ 82 ເທື່ອຄົນ.

About admin11