ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ວຽງທອງ

 

ໃນຕອນເຊົ້າຂອງວັນທີ 8 ມັງກອນ 2021 ຢູ່ຫ້ອງປະຊຸມ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວຽງທອງ ແຂວງບໍລິຄໍາໄຊ, ໄດ້ຈັດພິທີເຊັນບົດບັນທືກມອບ-ຮັບໜ້າທີ່ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີ ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ,ຫົວໜ້າໜ່ວຍງານ, ຮອງໜ່ວຍງານ, ພະນັກງານພາຍໃນຫ້ອງການເຂົ້າຮ່ວມ.

ໃນພິທີ ທ່ານ ຄຳພູ ບັນດານຸວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ຜູ້ເກົ່າ ໄດ້ຂື້ນຜ່ານ ບົດບັນທືກ ມອບ-ຮັບໜ້າທີ່ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ໃຫ້ ທ່ານ ຄຳແສນ ອີນພົມທິຈັກ ຮັກສາການຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ຜູ້ໃໝ່. ພ້ອມດຽວກັນນີ້ກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການ.

ຕອນທ້າຍ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນການຊິ້ນໍາ-ນໍາພາຂອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຜູ້ເກົ່າ ໃນໄລຍະຜ່ານມາ ພ້ອມກັນນີ້ ທ່ານກໍ່ໄດ້ຍົກໃຫ້ເຫັນກ່ຽວກັບການຊັບປ່ຽນບ່ອນປະຈໍາການ ເຊິ່ງເປັນວຽກປົກກະຕິຂອງພັກ, ເປັນການປັບປຸງເພື່ອແນໃສ່ວຽກ ແລະ ບຸກຄະລາກອນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ, ການແຕ່ງຕັ້ງການຊັບປ່ຽນໜ້າທີ່ບ່ອນປະຈໍາການ ເປັນການມອບໝາຍໜ້າທີ່ຄວາມຮັບຜິດຊອບ ບໍ່ວ່າຈະຢູ່ບ່ອນເກົ່າ ຫຼື ບ່ອນໃໝ່ ກໍ່ຕ້ອງມີຄວາມຮັບຜິດຊອບໃຫ້ສູງ ເພື່ອຮັບປະກັນເຮັດໜ້າທີ່ການເມືອງໃຫ້ມີຄວາມສໍາເລັດ.

 

About admin11