3 ແຂວງ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວໂຄງການບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ

ໃນວັນທີ 6 ມັງກອນ 2021 3 ແຂວງ ຄື: ແຂວງບໍລິຄໍາໄຊ, ແຂວງຄຳມ່ວນ ແລະ ແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼູບ ແລະ ແລກປ່ຽນບົດຮຽນ ການເຄື່ອນໄຫວໂຄງການບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າຂື້ນ ຢູ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ພັດທະຈອນ ແກ້ວພຸດທະວົງ ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ, ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ວຽງທອງ ມີ ຄະນະປະສານງານ ລາວເວນ, ຄະນະປະສານງານພີເວນ ແລະ ຄະນະປະສານງານ ລີເວນ 3 ແຂວງ ເຂົ້າຮ່ວມ.

ກອງປະຊຸມຜູ້ປະສານງານໂຄງການບັງຄັບໃຊ້ກົດໝາຍສັດນ້ໍາ-ສັດປ່າ 3 ແຂວງ ກໍ່ໄດ້ຜັດປ່ຽນກັນ ຂື້ນລາຍງານຄວາມຄືບໜ້າການເຄື່ອນໄຫວໂຄງການດັ່ງກ່າວ ໂດຍສະເພາະວຽກງານຈັດຊື້ – ຈັດຈ້າງ, ວຽກງານການເຄື່ອນໄຫວກິດຈະກໍາຂອງໂຄງການ ລວມທັງຜົນໄດ້ຮັບຕົວຊີວັດຕ່າງໆ, ວຽກງານການເງິນ, ການສະຫຼູບ, ການນຳໃຊ້ງົບປະມານຂອງໂຄງການ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ບາງຂໍ້ສະເໜີໃນຕໍ່ໜ້າ.

ຈາກນັ້ນ ກໍ່ໄດ້ມີການປະກອບຄຳເຫັນ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນເພື່ອສົ່ງເສີມຈຸດທີ່ດີ ແລະ ພ້ອມກັນແກ້ໄຂຂໍ້ທີ່ຍັງຄົງຄ້າງ ໃຫ້ໄດ້ຮັບການປັບປູງໃຫ້ດີຂື້ນ, ພາຍຫຼັງສຳເລັດກອງປະຊຸມແລ້ວ ໃຫ້ແຕ່ລະແຂວງເອກະພາບ ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງ.

 

About admin11