ຮສສ ແຂວງ ມອບເຄື່ອງນຸ່ງຫົ່ມຕ້ານໄພໜາວ ໃຫ້ເມືອງ ທ່າພະບາດ

 

ໃນວັນທີ 28 ທັນວາ 2020 ຢູ່ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ທ່າພະບາດ ແຂວງບໍລິຄຳໄຊ ພະແນກ ຮສສ ແຂວງ ໄດ້ມອບເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ສອຍ ໃຫ້ແກ່ ຫ້ອງການ ຮສສ ເມືອງ ທ່າພະບາດ ກ່າວມອບ ໂດຍ ທ່ານ ນາງ ໂສພາ ຈັນທະວົງ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັນດີການສັງຄົມ ແຂວງ ບໍລິຄໍາໄຊ ກ່າວຮັບໂດຍ ທ່ານ ບຸນເພັງ ສີສັງວານ ຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມເມືອງ ທ່າພະບາດ.

ເຄື່ອງທີ່ນຳມາມອບ ມີ: ເກີບ 15 ແກັດ, ເກີບຫຸ້ມຂໍ້ 4 ແກັດ, ເສື້ອ 9 ແກັດ, ໂສ້ງ 2 ແກັດ, ໝວກ + ຖົງມື + ກະເປົາ 2 ແກັດ, ເຄື່ອງປະສົມມືສອງ 30 ເປົາ, ເກືອ 10 ຖົງ ແລະ ເຄື່ອງໃຊ້ສອຍທົ່ວໄປ 4 ແກັດ.

ຫຼັງຈາກໄດ້ຮັບອຸປະກອນດັ່ງກ່າວແລ້ວນັ້ນ ທາງຫ້ອງການ ຮສສ ເມືອງ ຈະໄດ້ນໍາໄປມອບຕໍ່ໃຫ້ບັນດາບ້ານພາຍໃນເມືອງທີ່ຍັງຂາດເຂີນ ເພື່ອມອບໃຫ້ແກ່ຄອບຄົວເປົ້າໝາຍທີ່ມີເງື່ອນໄຂຮັບເຄື່ອງ ໃນການຕ້ານໄພໜາວໃນລະດູການນີ້.

 

About admin11