ບໍລິສັດຢາງພາລາ ບໍລິຄຳໄຊ-ຮ່າຕິ່ງ ປະກອບສ່ວນ ເກືອບ 150 ລ້ານກີບ ເຂົ້າກອງທຶນໜຶ່ງດວງໃຈ

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນວຽກງານສົ່ງເສີມການສຶກສາ, ສາທາລະນະສຸກ ແລະ ຊ່ວຍເຫຼືອຜູ້ດ້ອຍໂອກາດໃນສັງຄົມ ໃນວັນທີ 28 ທັນວາ 2020 ຢູ່ຫ້ອງຮັບຮອງຫ້ອງວ່າການແຂວງ ທ່ານ ເຈີນເຈືອງຈິ່ງ ຕາງໜ້າບໍລິສັດຢາງພາລາ ບໍລິຄຳໄຊ-ຮ່າຕິ່ງ ຈຳກັດຜູ້ດຽວ ໄດ້ນຳເງິນຈຳນວນ 149.000.000 ກີບ ຫຼື 350.000.000 ດົ່ງ ມາມອບໃຫ້ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ຮັບໂດຍ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈ, ມີຄະນະກອງທຶນ, ພະນັກງານບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້ທ່ານ ນາງ ແອງ ໄຊສົງຄາມ ໄດ້ສະແດງຄວາມຂອບໃຈ ພ້ອມທັງຍ້ອງຍໍຊົມເຊີຍ ຕໍ່ບໍລິສັດຢາງພາລາ ບໍລິຄຳໄຊ-ຮ່າຕິ່ງ ຈຳກັດຜູ້ດຽວ ທີ່ໄດ້ປະກອບສ່ວນທຶນຮອນໃນຄັ້ງນີ້ ແລະ ຈະນຳໃຊ້ເງິນຈຳນວນດັ່ງກ່າວ ເຂົ້າໃນວຽກງານຕົວຈິງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ.

ໃນໄລຍະ 3 ເດືອນຜ່ານມາ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ໄດ້ເຄື່ອນໄຫວປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນໄດ້ສ້ອມແປງ, ຕໍ່ເຕີມ ແລະ ສ້າງໃໝ່ໂຮງຮຽນ, ຊື້ອຸປະກອນການສຶກສາ ໄປມອບໃຫ້ໂຮງຮຽນ ຢູ່ເຂດຫ່າງໄກ, ຊື້ເຄື່ອງອຸປະໂພກ-ບໍລິໂພກ ໄປຢ້ຽມຄົນເຈັບຢູ່ໂຮງໝໍ ແລະ ອື່ນໆ ລວມມູນຄ່າການຊ່ວຍເຫຼືອທັງໝົດ 533.089.738 ກີບ.

About admins14