
ຕອນເຊົ້າ ວັນທີ 11 ທັນວາ 2020 ນີ້, ທ່ານ ພັນໂທ ພອນພິລຸນ ປັນຍາສິລິ ຄະນະພັກ ຮອງຫົວໜ້າກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບ ບໍລິສັດ ລອງຣິຈ ອິນເຕີເນຊັນແນວ ຈໍາກັດ, ໄດ້ນໍາເອົາກ້ອງຖ່າຍຮູບພ້ອມອຸປະກອນ ຈໍານວນ 01 ຊຸດ ລວມມູນຄ່າ 11 ລ້ານກວ່າກີບ, ມາມອບໃຫ້ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ນໍາໃຊ້ເຂົ້າໃນວຽກງານສື່ມວນຊົນ ເພື່ອເປັນການໂຄສະນາຜົນງານການເຄື່ອນໄຫວວຽກງານວິຊາສະເພາະດ້ານຕ່າງໆ ຂອງເພື່ອນສະຫາຍ, ນາຍ ແລະ ພົນຕໍາຫຼວດ ແລະ ບັນດາພະແນກການອ້ອມຂ້າງແຂວງ, ກ່າວຮັບໂດຍທ່ານ ພັນໂທ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ນາງ ພວງມາລີ ສຸກສະຫວັດ ປະທານ ບໍລິສັດ ລອງຮິຈ ອີນເຕີເນຊັນແນວ ຈໍາກັດ, ພ້ອມດ້ວຍພະນັກງານ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.










Users Today : 646
Users Yesterday : 844
This Month : 646
This Year : 73069
Total Users : 832521
Who's Online : 7