
ໃນວັນທີ 1 ກໍລະກົດ 2020 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງ ວຽງທອງ ໄດ້ຈັດຕັ້ງເຊື່ຶອມຊຶມມະຕິຂອງກົມການເມືອງສູນກາງພັກ ເລກທີ 111/ກມສພ ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ ແລະ ມະຕິ ເລກທີ 112/ກມສພ ວ່າດ້ວຍຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນການຍຸຕິທຳ ໂດຍເປັນກຽດເຂົ້າຮ່ວມເຊື່ອມຊຶມເອກະສານດັ່ງກ່າວຂອງທ່ານ ວົງສີ ທອງສີອີນທິປັນຍາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ-ເມືອງວຽງທອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ,ຫ້ອງການ, ທະນາຄານ ແລະ ລັດວິສະຫະກິດ ເຂົ້າຮ່ວມ.

ທ່ານ ວົງສີ ທອງສີອີນທິປັນຍາ ໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈຂອງມະຕິ ເລກທີ 111/ກມສພ ແລະ ມະຕິ ເລກທີ 112/ກມສພ ເປັນຕົ້ນການຕີລາຄາສະເພາະຜ່ານມາ ແລະ ຄາດຄາເນສະພາບໃນຕໍ່ໜ້າ, ທັດສະນະຂອງພັກຕໍ່ວຽກງານປ້ອງກັນຄວາມສະຫງົບ, ທິດທາງ, ວຽກງານຈຸດສຸມປ້ອງກັນຄວາມສະຫງົບໃນຕໍ່ໜ້າ, ການຊີ້ນຳຈັດຕັ້ງປະຕິບັດ, ທິດທາງຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນການຍຸດຕິທຳ.
ຈຸດປະສົງການເຜີຍແຜ່ຄັ້ງນີ້ ເພື່ອເຮັດໃຫ້ພະນັກງານລັດຖະກອນໄດ້ຮັບຮູ້ເຂົ້າໃຈກ່ຽວກັບເນື້ອໃນຈິດໃຈມະຕິດັ່ງກ່າວແລ້ວພ້ອມກັນປະກອບສ່ວນ, ຕັ້ງໜ້າປະຕິບັດໃຫ້ໄດ້ຮັບຜົນດີ.








Users Today : 329
Users Yesterday : 844
This Month : 329
This Year : 72752
Total Users : 832204
Who's Online : 20