ແຂວງບໍລິຄໍາໄຊ ເປີດກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈໍາປີ 2019

 
ຕອນເຊົ້າ ວັນທີ 11 ພະຈິກ 2020 ນີ້, ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈໍາປີ 2019 ແລະ ທິດທາງແຜນການປິ 2020, ໂດຍການເປັນປະທານຂອງທ່ານ ພັນໂທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຄະນະຮັບຜິດຊອບວຽກງານຕ້ານການຄ້າມະນຸດຂັ້ນແຂວງ.

           ໃນກອງປະຊຸມ ກອງເລຂາ ໄດ້ຂື້ນຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈໍາປີ 2019 ແລະ ທິດທາງແຜນການ ປີ 2020 ເຊີ່ງໄດ້ຍົກໃຫ້ເຫັນສະພາບການໃນ ພາກພື້ນ ແລະ ສາກົນ, ຍົກໃຫ້ເຫັນສະພາບທີ່ຕັ້ງຂອງແຂວງ, ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດໄລຍະ 01 ປີຜ່ານມາ.

ໄລຍະຜ່ານມາ ວຽກງານຕ້ານການຄ້າມະນຸດ ໄດ້ແຕ່ງຕັ້ງກອງເລຂາຕ້ານການຄ້າມະນຸດຂັ້ນແຂວງ ເພື່ອປ້ອງກັນ, ສະກັດກັ້ນ, ແກ້ໄຂ ແລະ ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ  ແລະ ໄດ້ຈັດຕັ້ງປະຕິບັດຕະຫຼອດມາ ໂດຍສຸ່ມໃສ່ວຽກງານໂຄສະນາສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ພໍ່ແມ່ປະຊາຊົນ ດ້ວຍຫຼາຍຮູບການ, ຫຼາຍວິທີ ເຊີ່ງໄດ້ນໍາເອົາບັນດານິຕິກໍາ, ກົດໝາຍ ແລະ ເອກະສານທີ່ສໍາຄັນທີ່ພົວເພີ່ງເຖິງການຄ້າມະນຸດ ລົງເຜີຍແຜ່ເຊື່ອມຊຶມໃຫ້ບັນດາເມືອງ, ບັນດາພະແນກການ, ຂະແໜງການສຶກສາ, ພະນັກງານຄູອາຈານ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ-ໄວໜຸ່ມ, ອໍານາດການປົກຄອງບ້ານ, ບັນດາໂຄງການ, ເຂດຈຸດສຸມຂອງແຂວງ, ຈຸດຫຼໍ່ແຫຼມທີ່ມີຄວາມສ່ຽງ, ຖືເອົາການລົງຮາກຖານການເມືອງຂອງແຂວງ-ເມືອງ ເພື່ອປຸກລະດົມຂົນຂວາຍ ທຸກຊັ້ນຄົນເຂົ້າຮ່ວມວຽກງານຕ້ານການຄ້າມະນຸດ.

 1 ປີ ຜ່ານມາ ສາມາດເກັບກໍາລາຍຊື່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໄດ້ 12 ຄົນ, ຍິງ 12 ຄົນ, ໃນນັ້ນ ເມືອງປາກຊັນມີ 05 ຄົນ, ເມືອງປາກກະດິງ 02 ຄົນ, ເມືອງບໍລິຄັນ 02 ຄົນ ແລະ ເມືອງຄໍາເກີດ 01 ຄົນ. ໄດ້ຮັບລາຍງານຈາກສະຫະພັນແມ່ຍິງແຂວງ ວ່າມີຄົນລາວຖືກເຄາະຮ້າຍຈໍານວນ 11 ຄົນ, ຖືກຕວະຍົວະໃຫ້ແຕ່ງງານກັບຄົນຕ່າງປະເທດ 04 ຄົນ, ໄປຂາຍແຮງງານຢູ່ປະເທດໃກ້ຄຽງ 06 ຄົນ, ກຸ່ມສ່ຽງຕໍ່ການຄ້າມະນຸດ 01 ຄົນ, ຮັບທືນສົ່ງເສີມຄອບຄົວຜູ້ຖືກເຄາະຮ້າຍຈາກກະຊວງແຮງານ ແລະ ສະຫັວດດີການສັງຄົມ ເພື່ອມອບໃຫ້ 05 ຄອບຄົວ ລວມມູນຄ່າ 25 ລ້ານກີບ,

ໄດ້ສົມທົບກັບກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼ່ງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ເປີດຝືກອົບຮົມຫົວຂໍ້ ການປູກຈິດສໍານຶກກ່ຽວກັບວຽກງານຕ້ານການຄ້າມະນຸດ ໃນພາກລັດ ແລະ ເອກະຊົນ, ຝືກອົບຮົມກ່ຽວກັບການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ສະຫະພັນແມ່ຍິງ 07 ຕົວເມືອງ ໄດ້ 01 ຄັ້ງ, ເຂົ້າຮ່ວມກອງປະຊຸມສໍາມະນາຈັດຕັ້ງຜັນຂະຫຍາຍປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນກ່ຽວກັບອາສະຍາກໍາຂ້າມຊາດ ແລະ ກົນໄກການຮ່ວມມືກັນຕ້ານການຄ້າມະນຸດ 01 ຄັ້ງ, ເຄື່ອນໄຫວແກ້ໄຂປະກົດການຫຍໍ້ທໍ້ ເປັນຕົ້ນແມ່ນຮ້ານກີນດື່ມ, ຮ້ານຄາລາໂອເກະ, ຮ້ານບັນເທິງ ທີ່ມີການເຄື່ອນໄຫວຄ້າ-ຂາຍ ໂສເພນີ ກວດກາຕົວຈິງ ໄດ້ 24 ຮ້ານ, ມີສາວບໍລິການ 112 ຄົນ, ໄດ້ຮັບຄໍາຮ້ອງຟ້ອງທໍາມິດສະຈານ 02 ເລື່ອງ, ຜູ້ຖືກຫາ 04 ຄົນ, ຍິງ 02 ຄົນ, ຄະດີຂົ່ມຂືນທໍາຊໍາເລົາ 04 ເລື່ອງ, ຜູ້ຖືກຫາ 04 ຄົນ, ຜູ້ຖືກເຄາະຮ້າຍ 04 ຄົນ, ອາຍຸຕໍ່າກວ່າ 18 ປີ 01 ຄົນ, ສຶກສາອົບຮົມຂັ້ນກອງບັນຊາການ ປກສ ເມືອງ 04 ເລື່ອງ, ພວມດໍາເນີນ 01 ເລື່ອງ, ກວດກາເອກະສານຂໍແຕ່ງດອງລະຫວ່າງຄົນລາວກັບຄົນຕ່າງປະເທດ 01 ຄູ່, ລົງໂຄສະນາເຜີຍແຜ່ເລ່ລ່ຽມ ແລະ ຜົນຮ້າຍການຄ້າມະນຸດ ໄດ້ 04 ຕົວເມືອງ, 102 ບ້ານ ມີຜູ້ເຂົ້າຮ່ວມ 1.812 ຄົນ, ຍິງ 998 ຄົນ.

About admin11