ບໍລິຄັນ ສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ


ກອງປະຊູມ ສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2019 ຂອງເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 10 ພະຈີກ 2020 ຢູ່ຫ້ອງປະຊູມຫ້ອງວ່າການປົກຄອງເມືອງ ໂດຍພາຍໄຕ້ການເປັນປະທານຂອງທ່ານ  ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ.

               ໃນກອງປະຊູມ ທ່ານ ນາງ ສີດາ ພັນທະລາ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານບົດສະຫຼຸບວຽກງານກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2019 ວ່າ: ໃນໄລຍະຜ່ານມາ ຄະນະພັກເມືອງບໍລິຄັນ ໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ ສໍາມະຊິກພັກ ແລະ ພໍ່ແແມ່ປະຊາຊົນບັນດາເຜົ່າ ດ້ວຍການນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງຂອງລັດ ມາຈັດຕັ້ງເຊື່ອມຊືມ, ຝຶກອົບຮົມໃຫ້ແກ່ສໍາມະຊິກພັກ, ພະນັກງານໃຫ້ມີການຫັນປ່ຽນແນວຄິດ, ຮູ້ໄດ້ເຖີງຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງຕົນ, ຖືເອົາວຽກງານນໍາພາການເມືອງ-ແນວຄິດ ສອດຫ້ອຍໄປທຸກຂົງເຂດວຽກງານ ເຮັດໃຫ້ສໍາມະຊິກພັກ – ພະນັກງານ ຮັກສາໄດ້ຄູນທາດການເມືອງ ຄູນສົມບັດ ສິນທໍາປະຕິບັດ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ໄດ້ດີ.

             ທົ່ວເມືອງ ມີການຈັດຕັ້ງຮາກຖານພັກ ທັງໝົດ 122 ຮາກຖານ, ໃນນັ້ນ ມີ 10 ຄະນະພັກຮານຖານ, 73 ໜ່ວຍພັກຮາກຖານ, 39 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ, ມີສໍາມະຊິກພັກ ທັງໝົດ 1.731 ສະຫາຍ, ຍິງ 459 ສະຫາຍ, ຜ່ານມາ ໄດ້ປັບປຸງການຈັດຕັ້ງພັກຕິດພັນກັບການປັບປຸງກົງຈັກການຈັດຕັ້ງບໍລິຫານລັດ, ປັບປຸງພາລະບົດບາດ ໃຫ້ສອດຄ່ອງກັບສະພາບຕົວຈີງຂອງແຕ່ລະຂະແໜງການ ເຮັດໃຫ້ການນໍາຂອງພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ກາຍເປັນແກນນໍາໃນລະບົບການເມືອງ ແຕ່ຂັ້ນເມືອງລົງຮອດຮາກຖານທ້ອງຖີ່ນ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ.

           ໃນປີ 2019 ຜ່ານມາ ສາມາດສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໄດ້ 96 ໜ່ວຍພັກ ເທົ່າກັບ 86% ຂອງຈໍານວນໜ່ວຍພັກທັງໜົດ ທຽບໃສ່ປີຜ່ານມາ ແມ່ນເພີ່ມຂື້ນ 6%.

About admin11