ບໍລິຄຳໄຊ ສຸມໃສ່ຍົກສູງຄຸນນະພາບຂອງການບໍລິການ ແລະ ເອົາໃຈໃສ່ລູກຄ້າ

ໃນວັນທີ 10 ພະຈິກ 2020 ຢູ່ຫ້ອງປະຊຸມຂອງພະແນກ ຖວທ ແຂວງ ໄດ້ຈັດພິທີເປີດຊຸດຝຶກອົບຮົມສຳລັບຜູ້ບໍລິຫານຍົກສູງຄຸນນະພາບຂອງການບໍລິການ ແລະ ເອົາໃຈໃສ່ລູກຄ້າ ໂດຍການເປັນປະທານຂອງ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຈາກສູນກາງ, ຄູຝຶກ, ນັກສຳມະນາກອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງຂອງຊຸດຝຶກອົບຮົມ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ໃນຂະແຫນງການທ່ອງທ່ຽວ ໂດຍຈະໄດ້ສຸມໃສ່ 3 ເນື້ອໃນຫຼັກ ຄື: ການລະບຸຄວາມຕ້ອງການຂອງລູກຄ້າ, ການຮັບປະກັນການຈັດສົ່ງສິນຄ້າ ແລະ ບໍລິການທີ່ມີຄຸນນະພາບ, ການປະເມີນການບໍລິການ, ໃນນັ້ນຈະໄດ້ຮຽນກ່ຽວກັບ: ລະບຸຄວາມຕ້ອງການຂອງລູກຄ້າ ຫຼື ແຂກຈາກຫຼາຍແຫລ່ງຂໍ້ມູນ, ພົບປະກັບສະມາຄົມທຸລະກິດທ່ອງທ່ຽວ ແລະ ກຸ່ມບໍລິການນໍາທ່ຽວ, ການສະຫນອງສິນຄ້າ ແລະ ບໍລິການທີ່ມີຄຸນນະພາບ ມາດຖານການປະຕິບັດງານ ແລະ ຮູ້ຂັ້ນຕອນການຂຽນປະຕິບັດງານ ຫຼື SOP, ການປະເມີນການບໍລິການລູກຄ້າ ແລະ ການຮັກສາມາດຕະຖານຂອງການບໍລິການ, ພາວະຜູ້ນໍາທີ່ດີ ແລະ ການສອນວຽກລູກນ້ອງ, ການໃຫ້ນະໂຍບາຍ, ວົງຈອນການພັດທະນາຄຸນນະພາບ.

ຜູ້ເຂົ້າຝຶກ ນອກຈາກການຮັບຮູ້ບັນດາທິດສະດີແລ້ວ ຍັງຈະໄດ້ຝຶກແອບຕົວຈິງໃນການຂຽນຂັ້ນຕອນການປະຕິບັດງານ ແລະ ການເຮັດແບບຟອມການປະເມີນ ເພື່ອໃຫ້ສາມາດນໍາໃຊ້ໃນການແກ້ໄຂບັນຫາ ໃນການດໍາເນີນທຸລະກິດ, ຊຶ່ງຖືເປັນໂອກາດດີສໍາລັບຂະແຫນງການທ່ອງທ່ຽວພວກເຮົາ ທີ່ຈະໄດ້ມີໂອກາດ ແລກປ່ຽນຄວາມຮູ້ ແລະ ປະສົບການທີ່ຫລາກຫລາຍ ຊຶ່ງຈະເປັນປະໂຫຍດແກ່ທຸລະກິດການບໍລິການ ແລະ ການທ່ອງທ່ຽວ.

ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະສຳເລັດ ໂດຍໄດ້ຮັບສະໜັບສະໜຸນຈາກໂຄງການທັກສະສຳລັບວຽກງານທ່ອງທ່ຽວ ຫຼື ໂຄງການລາວ/029.

About admins14